ລັດຖະບານຍີ່ປຸ່ນ ໄດ້ມອບລົດຕູ້ເຢັນຂົນສົ່ງວັກຊີນ ຈໍານວນ 2 ຄັນ (RVTV) ໃຫ້ແກ່ລັດຖະບານ ສປປ ລາວ ເພື່ອຍົກສູງອັດຕາປົກຄຸມການໃຫ້ວັກຊີນກັນພະຍາດໃນເຂດຊົນນະບົດ 2 ແຂວງພາກໃຕ້ຄື: ເຊກອງ ແລະ ແຂວງ ອັດຕະປື. ໄດ້ມີຂຶ້ນວັນທີ 7 ມັງກອນ 2023, ທີ່ແຂວງອັດຕະປື, ໂດຍຜ່ານອົງການຢູນິເຊບ ເພື່ອ
ສະໜັບສະໜູນໂຄງການໃຫ້ວັກຊີນກັນພະຍາດ ແລະ ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ແຂວງດັ່ງກ່າວ. ມີທ່ານ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານຜູ້ຕາງໜ້າຂອງອົງການຢູນິເຊບ ພ້ອມສອງແຂວງກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ປັດຈຸບັນປະຊາກອນລາວໄດ້ຮັບວັກຊີນກັນພະຍາດໂຄວິດ-19ເຂັມທີ1 ຫລາຍກ່ວາ 85%, ເຊິ່ງສະແດງໃຫ້ເຫັນວ່າຂະບວນການໃຫ້ວັກຊີນກັນພະຍາດໂຄວິດ-19 ຢູ່ ສປປ ລາວ ແມ່ນປະສົບຜົນສຳເລັດໃນລະດັບໜຶ່ງ. ເຖິງຢ່າງໃດກໍຕາມ, ຍັງມີບາງເມືອງໃນແຂວງພາກໃຕ້ທີ່ຍັງບໍ່
ທັນບັນລຸເປົ້າໝາຍ ເນື່ອງຈາກຄວາມຫຍຸ້ງຍາກດ້ານພູມສັນຖານ ແລະ ເສັ້ນທາງຄົມມະນາຄົມ. ພ້ອມນີ້ຕ່າງໜ້າໃຫ້ລັດຖະບານລາວຂໍຂອບໃຈລັດຖະບານປະເທດຍີ່ປຸ່ນທີ່ມອບລົດຂົນສົ່ງວັກຊີນຈໍານວນ 2 ຄັນ ໃຫ້ແກ່ລັດຖະບານ ສປປ ລາວ ໂດຍຜ່ານອົງການຢູນິເຊບ ເຮັດໃຫ້ກະຊວງສາທາລະນະສຸກສາມາດຂົນສົ່ງວັກຊີນໄປເຂດຫ່າງໄກສອກຫລີກ ຂອງປະເທດໄດ້ຢ່າງປອດໄພ ແລະ ມີປະສິດທິພາບ.
ລົດຕູ້ເຢັນຂົນສົ່ງວັກຊີນ (RVTVs) ແມ່ນຍານພາຫະນະຂົນສົ່ງວັກຊີນທີ່ມີຄຸນນະພາບ ຕາມມາດຕາຖານຂອງອົງການອະນາໄມໂລກ (WHO). ເປັນລົດທີ່ສາມາດຂົນສົ່ງວັກຊີນໄດ້ຢ່າງປອດໄພຢູ່ໃນອຸນຫະພູມລະຫວ່າງ 2-8°C. ດ້ວຍຄວາມສາມາດໃນການເດີນທາງໃນເຂດທີ່ຄວາມຫຍຸ້ງຍາກ ລົດຕູ້ເຢັນຂົນສົ່ງວັກຊີນ (RVTV) ນີ້ສາມາດຮັກສາ
ຄວາມເຢັນຈົນກ່ວາຈະຮອດຈຸດສຸດທ້າຍຂອງລະບົບຕ່ອງໂສ້ຄວາມເຢັນ ເຊິ່ງແມ່ນໂຮງໝໍນ້ອຍ.
ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ກ່າວວ່າ: ໃນການຮັບມືກັບສິ່ງທ້າທາຍເຫລົ່ານີ້, ລັດຖະບານຍີ່ປຸ່ນໄດ້ຕັດສິນໃຈຈັດຕັ້ງປະຕິບັດໂຄງການນີ້ທັນທີຫລັງຈາກການປະກາດການແຜ່ລະບາດຂອງຂອງພະຍາດໂຄວິດ-19, ໂດຍອີງໃສ່ແນວຄວາມຄິດແມ່ນເພື່ອສ້າງຄວາມສະດວກໃນການຈັດສົ່ງວັກຊີນໃຫ້ທຸກໆຄົນທີ່ຕ້ອງການວັກຊີນ ແລະ ຈະສືບຕໍ່ປະຕິບັດ
ຕາມຄວາມປາຖະໜາອັນແຮງກ້າຂອງພວກເຮົາໃນການສືບຕໍ່ຮ່ວມມືຢ່າງໃກ້ຊິດກັບປະຊາຄົມສາກົນ ແລະ ຄູ່ຮ່ວມມືພັດທະນາຄື ອົງການຢູນິເຊບ.ທ່ານ ດຣ ເພຍ ເຣເບລໂລ ບຣິດໂຕ Dr Pia Rebello Britto, ຜູ້ຕາງໜ້າຂອງອົງການຢູນິເຊບ ໃຫ້ຮູ້ວ່າ: ໂຄງການສັກຢາກັນພະຍາດຮອບປົກກະຕິ ໄດ້ຊ່ວຍຊີວິດຄົນຫລາຍລ້ານຄົນໃນທົ່ວໂລກ
ໃຫ້ເດັກມີການເລີ່ມຕົ້ນຂອງຊີວິດທີ່ດີທີ່ສຸດ. ແຕ່ສັງເກດເຫັນວ່າ, ໃນໄລຍະທົດສະວັດທີ່ຜ່ານມາ ແມ່ນຍັງຢູ່ໃນສະພາບທີ່ມີຄວາມສ່ຽງ ຍ້ອນວ່າອັດຕາການຮັບວັກຊີນ ຍັງບໍ່ທັນເຖິງລະດັບຄາດໝາຍຖ້າທຽບໃສ່ໂຕເລກກ່ອນການແຜ່ລະບາດ. ດັ່ງນັ້ນ, ຍ້ອນການສະໜັບສະໜູນຂອງລັດຖະບານຍີ່ປຸ່ນ, ພວກເຮົາກຳລັງດໍາເນີນວຽກງານນີ້ ດ້ວຍການນຳ
ໃຊ້ວິທີການປະດິດສ້າງໃໝ່ ເພື່ອນຳເອົາວັກຊີນໄປໃຫ້ເດັກນ້ອຍ ບໍ່ວ່າເຂົາເຈົ້າຈະຢູ່ບ່ອນໃດກໍຕາມ ແລະ ໃຫ້ເຂົາເຈົ້າໄດ້ວັກຊີນທີ່ຢູ່ໃນສະພາບທີ່ປອດໄພ. ພ້ອມຈະເລັ່ງລັດວຽກງານສັກຢາກັນພະຍາດ ຮອບປົກກະຕິ ແລະ ຂະຫຍາຍການສັກວັກຊີນໂຄວິດ-19 ໃຫ້ເຂົ້າເຖິງເຂດທີ່ຫ່າງໄກສອກຫລີກທີ່ສຸດ.