ເຊີນເຂົ້າຮ່ວມການປະມູນຂາຍສິນຄ້າປະເພດໄມ້ແປຮູບ ຂອງກົມພາສີ ດ້ວຍຮູບການປະມູນເປີດກວ້າງ

    0
    32

    ເຊີນເຂົ້າຮ່ວມການປະມູນຂາຍສິນຄ້າປະເພດໄມ້ແປຮູບ ຂອງກົມພາສີ ດ້ວຍຮູບການປະມູນເປີດກວ້າງກົມພາສີ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ ຜູ້ທີ່ມີຄວາມ ສົນໃຈການປະມູນ ຊາບວ່າ ກະຊວງການເງິນ ກົມພາສີ ມີສິນຄ້າ, ເຄື່ອງຂອງ ປະເພດໄມ້ແປຮູບ

    ທີ່ຕ້ອງການສະສາງອອກດ້ວຍຮູບການປະມູນເປີດກວ້າງ ທ່ານທີ່ມີຄວາມສົນໃຈ ຢາກເຂົ້າຮ່ວມປະມູນແຂ່ງ ຂັນລາຄາ ລະອຽດແມ່ນໃຫ້ຕິດຕໍ່, ຊື້ຊອງປະມູນ ແລະ ສາມາດເບິ່ງສິນຄ້າ, ເຄື່ອງຂອງຕົວຈິງໄດ້ທີ່ ພະແນກສືບສວນ- ສອບສວນ ແລະ ປາບປາມການລັກລອບຫນີພາສີ ຕັ້ງຢູ່ບ້ານຫນອງບອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

    ການຂາຍຊອງປະມູນແມ່ນ ໃນລາຄາຂາຍຊອງປະມູນ 500,000 ກີບ/ຊອງ ເລີ່ມແຕ່ວັນທີ 09/01/23 ຫາ ວັນທີ 13/01/2023 (ວັນ ແລະ ເວລາລັດຖະການ) ແລະ ວັນທີເປີດຊອງປະມູນແມ່ນ ວັນທີ 16 ມັງກອນ 2023 ເວລາ 14 ໂມງ 00 ນາທີ, ທີ່ຫ້ອງປະຊຸມກົມພາສີ ຂອງພະແນກ ສືບສວນ-ສອບສວນ ແລະ ປາບປາມການລັກລອບຫນີພາສີ, ກົມພາສີ, ກະຊວງການເງິນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.