ເກີດເຫດລົດເມໂດຍສານປະທະກັນ ເຮັດໃຫ້ຜູ້ໂດຍສານເ ສ ຍ ຊ ີ ວ ິ ດ 40 ຄົນ ບາດເຈັບເກືອບ 80 ຄົນ

    0
    190

    ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 8 ມັງກອນ 2023 ວ່າ: ເກີດອຸບັດເຫດລົດເມໂດຍສານ 2 ຄັນ ປະທະກັນຢ່າງຮຸນແຮງຢູ່ເສັ້ນທາງບ້ານນິບີ ແຄວ້ນແຄຟຣິນ ພາກກາງຂອງປະເທດເຊເນກັສ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນ ແລະ ບາດເຈັບຢ່າງໜ້ອຍ 78 ຄົນ ໃນຈຳນວນນີ້ມີຫລາຍຄົນອາການບາດເຈັບສາຫັດ ຖືກນຳຕົວສົ່ງໂຮງໝໍ.

    ປະທານາທິບໍດີ ຂອງເຊເນກັສ ກ່າວວ່າ: ລົດເມໂດຍສານທັງ 2 ຄັນ ແລ່ນມາຕຳກັນບໍລິເວນແຄວ້ນແຄຟຣິນ ໃນເວລາປະມານ 03:30 ນາທີ ຂອງວັນທີ 8 ມັງກອນ ຕາມເວລາທ້ອງຖິ່ນ ເຊິ່ງຖືວ່າເປັນອຸບັດເຫດຮຸນແຮງເທິງຖະໜົນຄັ້ງໃຫຍ່ຂອງປະເທດເຊເນກັສ.

    ລ່າສຸດທາງລັດຖະບານໄດ້ປະກາດໄຫວ້ອາໄລໃຫ້ແກ່ຄອບຄົວຜຸ້ສູນເສຍເປັນເວລາ 3 ວັນ ພ້ອມສັ່ງປະຊຸມລະດັບລັດຖະມົນຕີ ເພື່ອຫາລືກ່ຽວກັບການຍົກລະດັບມາດຕະການດ້ານຄວາມປອດໄພເທິງຖະໜົນຂອງປະເທດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.