ບໍລິຄຳໄຊ ອະນຸມັດບໍລິສັດເອກະຊົນ ການສຳຫລວດ ຂຸດຄົ້ນບໍ່ແຮ່ 2 ແຫ່ງພາຍໃນແຂວງ

    0
    137

    ວັນທີ 4 ທັນວາ 2023  ພະແນກແຜນການ ແລະ ການລົງທຶນ ແຂວງບໍລິຄຳໄຊ  ເຊັນສັນຍາ ວ່າດ້ວຍການສຳຫລວດແຮ່ຊີລີລີກາ ຢູ່ເມືອງໄຊຈຳພອນ ແລະ ແຮ່ການຊີສ ຢູ່ເມືອງວຽງທອງ  ໂດຍ ທ່ານ ໄຊອໍາພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ  ເຂົ້າຮ່ວມໂດຍ ທ່ານ ບຸນ

    ເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຫົວໜ້າພະແນກການ, ເມືອງ ແລະ ພະນັກງານວິຊາການ ເຂົ້າຮ່ວມເປັນສັກຂີພິຍານ.

    ເປົ້າແມ່ນຄົ້ນ ແລະ ສໍາຫຼວດ ແຮ່ຊີລີລີກາ ຢູ່ເຂດບ້ານສົບຄີ ເມືອງໄຊຈໍາພອນ ໃນເນື້ອທີ່ 4 ເຮັກຕາ  ໄລຍະເວລາຊອກຄົ້ນ – ສໍາຫຼວດ 9 ເດືອນ ແລະ ແຮ່ຫີນແກ້ວການຊີສ ຢູ່ເຂດບ້ານອຸດົມໄຊ ເມືອງວຽງທອງ ໃນເນື້ອທີ່ 4 ເຮັກຕາ, ອາຍຸສັນຍາເວລາຊອກຄົ້ນ ແລະ ສໍາຫຼວດ 12 ເດືອນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.