ແພດລາວເກັ່ງ ໂຮງໝໍສູນກາງ 103 ກອງທັບ ສຳເລັດການຜ່າຕັດປູກຖ່າຍໝາກໄຂ່ຫຼັງ 2 ກໍລະນີທຳອິດຢູ່ລາວ

    0
    476

    ໂຮງໝໍສູນກາງ 103 ກອງທັບ ສຳເລັດການຜ່າຕັດປູກຖ່າຍໝາກໄຂ່ຫຼັງ 2 ກໍລະນີໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ຖະແຫຼງຜົນສຳເລັດໃນການຜ່າຕັດປູກຖ່າຍໝາກໄຂ່ຫຼັງ 2 ກໍລະນີທຳອິດ ຢູ່ ສປປ ລາວ ເປັນຂີດໝາຍປະຫວັດສາດ ແລະ ເປີດສາກໃຫ້ວົງການແພດລາວ ບຸກບືນເທື່ອລະກ້າວ ໃຫ້ພັດທະນາກ້າວໜ້າທຽມທັນກັບບັນດາປະເທດໃກ້ຄຽງ ແລະ ສາກົນ.​

    ພິທີຖະແຫຼງຂ່າວ ຈັດຂຶ້ນວັນທີ 9 ມັງກອນ 2023 ເຂົ້າຮ່ວມໂດຍ ພົຈວ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ພົຈວ ຮສຈ ປອ ຫງຽນ ຊ່ວນ ກ່ຽນ ຫົວໜ້າວິທະຍາຄານການແພດກອງທັບປະຊາຊົນຫຽວດນາມ, ມີບັນດາພາກສ່ວນທີ່ກ່ຽວຂ້ອງທັງສອງທັງສອງຝ່າຍເຂົ້າຮ່ວມ.

    ພັອ ປອ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ກ່າວວ່າ: ໂຄງການຮ່ວມມືຜ່າຕັດປູກຖ່າຍໝາກໄຂ່ຫຼັງ ລະຫວ່າງໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ແລະ ໂຮງໝໍ 103 ວິທະຍາຄານກອງທັບປະຊາຊົນຫວຽດນາມ ເຊິ່ງການຜ່າຕັດປູກຖ່າຍໄຂ່ຫຼັງ 2 ກໍລະນີທຳອິດຢູ່ ສປປ ລາວ ມາຮອດເວລານີ້, ແມ່ນປະສົບຜົນສຳເລັດຢ່າງຈົບງາມ.

    ປັດຈຸບັນທັງ 2 ກໍລະນີຄົນເຈັບ ຫຼັງປູກຖ່າຍໄດ້ 10 ວັນ ສະພາບຮ່າງກາຍດີຂຶ້ນຕາມລຳດັບ, ສາມາດເຄື່ອນໄຫວຍ່າງໄປ-ມາ ໄດ້ເປັນປົກກະຕິກ, ກິນດື່ມໄດ້, ມີເຫື່ອມີແຮງຫຼາຍຂຶ້ນ, ນໍ້າຍ່ຽວໄດ້ປະລິມານເພິ່ງພໍໃຈ, ຜົນການກວດເລືອດວິເຄາະແມ່ນຢູ່ໃນຄ່າປົກກະຕິ.

    ໂຄງການດັ່ງກ່າວລະຫວ່າງ 2 ໂຮງໝໍ, 2 ກອງທັບ ໄດ້ມີແຜນລິເລີ່ມແຕ່ປີ 2018, ໂດຍໄດ້ກວດກາສຳຫຼວດຢ່າງລະອຽດຖີ່ຖ້ວນກ່ຽວກັບໂຄງລ່າງພື້ນຖານ, ອຸປະກອນເຄື່ອງມືການແພດ, ບຸກຄະລາກອນຂອງໂຮງໝໍສູນກາງ 103 ກອງທັບ ໄດ້ປະເມີນຕີລາຄາ ແລະ ຄາດຄະເນຢ່າງຮອບດ້ານ, ໃນປີ 2019 ພະນັກງານແພດໝໍ ຈາກໂຮງໝໍ

    ສູນກາງ 103 ກອງທັບປະຊາຊົນ ຈຳນວນ 15 ສະຫາຍ ໄດ້ເດີ່ນທາງໄປຝຶກອົບຮົມວຽກງານຜ່າຕັດປູກຖ່າຍໄຂ່ຫຼັງ ເພື່ອກະກຽມປູກຖ່າຍ. ມາຮອດເດືອນພະຈິກ 2022 ຄະນະຊ່ຽວຊານປູກຖ່າຍໄຂ່ຫຼັງ ໃນປີ 2022 ແລະ ແຜນການໃນປີ 2023 ຢ່າງອຽດ.

    ເພື່ອກະກຽມການປູກຖ່າຍໄຂ່ຫຼັງຄັ້ງນີ້, ໂຮງໝໍ 103 ກອງທັບປະຊາຊົນຫວຽດນາມ ໄດ້ວາງແຜນການຢ່າງລະອຽດຖີ່ຖ້ວນ, ໄດ້ກະກຽມຫວ້ານຢາ, ອຸປະກອນເຄື່ອງມືການແພດ, ວັດຖຸຊິນເປື່ອງຄົບຖ້ວນ 100% ແລະ ວິຊາການຜູ້ສຳນານທີ່ສຸດ. ຄຽງຄູ່ກັນນັ້ນ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ກະກຽມປັບປຸງປົວແປງຄືນຫ້ອງຜ່າ

    ຕັດ, ຫ້ອງພັກຟື້ນ, ຫ້ອງມໍລະສຸມ, ພະແນກຟອກເລືອດ, ຝຶກອົບຮົມ ພະນັກງານແພດໝໍເຂົ້າຮ່ວມ ແລະ ຮັບຜິດຊອບແຕ່ລະໜ້າວຽກ, ອະນາໄມຂ້າເຊື້ອ, ປາບເຊື້ອ, ລ້າງຄືນໝົດລະບົບແອ ແລະ ກວດກາເຊື້ອພະຍາດທຸກຈຸດເປັນລົບ.

    ມາໃນວັນທີ 31 ທັນວາ 2022 ການຜ່າຕັດປູກຖ່າຍໄຂ່ຫຼັງ 2 ກໍລະນີ ໄດ້ເລີ້ມຕົ້ນແຕ່ເວລາ 7 ໂມງ ຈົນຮອດ 18 ໂມງ ຈຶ່ງສຳເລັດ. ທັງ 2 ກໍລະນີ ຫຼັງປູກຖ່າຍ ໄຂ່ຫຼັງປູກຖ່າຍຕຶງຂຶ້ນ, ແດງດີ ແລະ ເຕັ້ນຕາມຈັງຫວະຫົວໃຈເຕັ້ນ, ໄດ້ເຫັນນໍ້າຍ່ຽວຍອດທຳອິດ ຜ່ານທໍ່ຍ່ຽວ ເຮັດໃຫ້ບັນດາທ່ານໝໍ-ພະຍາບານທັງລາວ ແລະ ຫວຽດນາມດີໃຈສຸດຊຶ້ງເຕັມໄປດ້ວຍຄວາມສຸກຢ່າງລົ້ນເຫຼືອ.

    ການຜ່າຕັດປູກຖ່າຍໄຂ່ຫຼັງ ແມ່ນວິທີການປິ່ນປົວສຸດທ້າຍ ແລະ ແມ່ນວິທີການປິ່ນປົວທີ່ດີເລີດ ສາມາດເຮັດຮ່າງກາຍຄືນເຈັບຟື້ນຟູກັບຄືນສູ່ສະພາບປົກກະຕິໄດ້ໄວທີ່ສຸດ, ອາດຈະເວົ້າໄດ້ວ່າ ຄົນເຈັບໄດ້ເກີດໃໝ່ ເທື່ອທີ 2. ຄົນເຈັບສາມາດກັບຄືນການໃຊ້ຊີວິດປະຈໍາວັນ ແລະ ປະກອບສ່ວນກິດຈະກຳຕ່າງໆໄດ້ເປັນປົກກະຕິ, ຊີວິດນີ້ຈະບໍ່ໄດ້ຕິດພັນນຳເຄື່ອງຈັກຟອກເລືອດ ແລະ ນັ່ງລໍຖ້າຄີວຟອກເລືອດ.

    ສຳລັບການຜ່າຕັດປູກຖ່າຍໄຂ່ຫຼັງ ກໍລະນີທຳອິດໃນໂລກ ໄດ້ດຳເນີນໃນ ວັນທີ 23 ທັນວາ 1954 ທີ່ Boston ສາຫະລັດອາເມລິການ ໂດຍນັກຜ່າຕັດ ທ່ານ Joseph Muray. ຫຼັງຈາກນັ້ນເຕັກນິກຜ່າຕັດນີ້ ໄດ້ກະຈາຍໄປໃນຂອບເຂດທົ່ວໂລກ, ສໍາລັບຢູ່ ສສ ຫວຽດນາມ ໄດ້ຜ່າຕັດປູກຖ່າຍໄຂ່ຫຼັງ ກໍລະນີທຳອິດ ປີ 1992 ຢູ່ ໂຮງໝໍ 103

    ກອງທັບປະຊາຊົນຫວຽດນາມ, ມາຮອດປັດຈຸບັນບັນດາໂຮງໝໍໃຫຍ່ຂັ້ນສູນກາງ, ຂັ້ນນະຄອນ ຈຳນວນ 21 ໂຮງໝໍ ໃນຂອບເຂດທົ່ວປະເທດ ແມ່ນສາມາດຜ່າຕັດໄດ້ປູກຖ່າຍໄຂ່ຫຼັງ ແລະ ຈຳນວນຄົນເຈັບໄດ້ປູກຖ່າຍໄຂ່ຫຼັງ ຢູ່ ສສ ຫວຽດນາມ ແມ່ນຫຼາຍກວ່າ 6.000 ກໍລະນີ ໃນຈໍານວນນັ້ນມີຄົນເຈັບແມ່ນຄົນລາວ ຈໍານວນບໍ່ນ້ອຍ. ສໍາລັບ

    ສປປ ລາວ ແມ່ນໜຶ່ງໃນປະເທດກຸ່ມອາຊຽນບໍ່ທັນ ສາມາດປູກຖ່າຍໄຂ່ຫຼັງໄດ້, ຄົນເຈັບຊຸດໂຊມໄຂ່ຫຼັງໄລຍະທ້າຍນັບມື້ນັບຫຼາຍຂຶ້ນ ຕາມການຄາດກະມີປະມານ 1.000 ກວ່າຄົນເຈັບຊຸດໂຊມໄຂ່ຫຼັງ ຕ້ອງໄດ້ຟອກເລືອດປະຈໍາ ໃນຂອບເຂດທົ່ວປະເທດ.
    ທີ່ມາຂ່າວ, ຄວາມສະຫງົບ,​ ຂ່າວ: ບຸນພະຈັນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.