ກັກຕົວຊາຍຕ້ອງສົງໄສພ້ອມຢາບ້າ 11 ເມັດ ມາສອບສວນດຳເນີນຄະດີຕາມກົດໝາຍ

    0
    112

    ຕາມການລາຍງານຂອງ ປກສ ເມືອງແອດ ແຂວງຫົວພັນ ໃຫ້ຮູ້ວ່າ:  ໂດຍປະຕິບັດຕາມການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ເຈົ້າໜ້າທີ່ ປກສ ເມືອງແອດ ໄດ້ສົມທົບກັບ ປກສ ກຸ່ມນາໄກ່ ອອກກວດກາຕິດຕາມເປົ້າໝາຍ ຕາມເສັ້ນທາງລະຫວ່າງ ບ້ານນາເຊົ້າ-ບ້ານຫ້ວຍຊາຍ ເມືອງ

    ແອດ. ຮອດເວລາ 10:30 ໂມງ ຂອງວັນທີ 17 ທັນວາ 2022 ໄດ້ເຫັນຜູ້ຕ້ອງສົງໄສຂັບຂີ່ລົດຈັກ ຮອນດ້າເວບ 100 ສີດໍາ ປ້າຍທະບຽນ ຈຈ 9650 ຫົວພັນ ມາແຕ່

    ບ້ານຫ້ວຍຊາຍ ຈຶ່ງຂໍອະນຸຍາດກວດກາຕາມລະບຽບການ ແລ້ວພົບເຫັນຂອງກາງຢາເສບຕິດ ປະເພດຢາບ້າ ຈໍານວນ 11 ເມັດ, ເຊິ່ງຜູ້ກ່ຽວຊື່ ທ້າວ ມີ ອາຍຸ 18 ປີ ຢູ່ບ້ານຫ້ວຍເໝັ້ນ ເມືອງແອດ ແຂວງຫົວພັນ. ຜ່ານການສອບສວນ, ຜູ້ກ່ຽວສາລະພາບ ວ່າ: ຢາບ້າ ຈໍານວນ 11 ເມັດ ແມ່ນຂອງຜູ້ກ່ຽວແທ້.

    ປັດຈຸບັນ, ເຈົ້າໜ້າທີ່ ປກສ ເມືອງແອດ ໄດ້ນໍາຕົວຜູ້ກ່ຽວ ພ້ອມເຄື່ອງຂອງກາງໄປສອບສວນຫາກຸ່ມແກ້ງຮ່ວມຂະບວນການ ເພື່ອຕິດຕາມຈັບມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.