ຄົນເກີດວັນອາທິດ:ການງານຊື່ສຽງຂອງຕົນເອງນັ້ນຖືກເວົ້າເຖິງໃນທາງທີ່ດີ ຜູ້ໃຫຍ່ໄວ້ໃຈໃຫ້ເຮັດທຸລະກິດ ການເງິນຄ່າໃຊ້ຈ່າຍຍັງມີຫລາຍກວ່າລາຍຮັບ ຈະພົບບັນຫາໃນເລື່ອງຂອງສະພາບຄ່ອງ ຄວາມຮັກຈະພົບຄົນຜິວສອງສີ ທ່ານຈະນຳຄວາມໂຊກດີທາງດ້ານການເງິນມາໃຫ້ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີແດງ ເລກນຳໂຊກ8
ຄົນເກີດວັນຈັນ:ການງານລະດົມເງິນທຶນໄດ້ຫລາຍພໍທີ່ຈະເລີ່ມທຸລະກິດໃໝ່ໃນຊ່ວງນີ້ ການເງິນຈະພົບລາຍຈ່າຍແບບບໍ່ຄາດຝັນ ແຕ່ກໍຈະໄດ້ເງິນເຂົ້າມາເພີ່ມ ຄວາມຮັກອາດຈະມີເລື່ອງຂັດແຍ້ງກັບຄົນຮັກຢູ່ເລື້ອຍໆໃນຊ່ວງນີ້ ເຄື່ອງມຸງຄຸນຫີນນໍາໂຊກ ສີມຸງຄຸນສີສົ້ມ ເລກນຳໂຊກ1
ຄົນເກີດວັນອັງຄານ:ການງານ ຈະພົບຄວາມສຳເລັດ ພົບຄວາມກ້າວໜ້າ ເກີດຄວາມຈະເລີນຮຸ່ງເຮືອງທາງດ້ານການງານໄດ້ດີຂຶ້ນ ການເງິນຍິນດີທີ່ຈະໃຊ້ເງິນອອກໄປຊື້ຂອງທີ່ຢາກໄດ້ເຂົ້າມາເພີ່ມເຕີມ ຄວາມຮັກສຸກສົມຫວັງລົງໂຕດີຂຶ້ນໃນເລື່ອງຂອງຄວາມຮັກ ຈະພົບຮັກກັບຄົນຕ່າງອາຍຸກໍເປັນໄປໄດ້ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີຂຽວ
ເລກນຳໂຊກ0
ຄົນເກີດວັນພຸດ:ການງານຈະໄດ້ຮັບຄຳແນະນຳທີ່ດີທາງດ້ານທຸລະກິດຈະການງານ ເຮັດໃຫ້ການຕັດສິນໃຈນັ້ນຖືກຕ້ອງ ການເງິນລະມັດລະວັງໃນເລື່ອງຂອງລາຍຈ່າຍຕ່າງໆໃນຊ່ວງນີ້ ແຕ່ຈະມີຂ່າວດີທາງດ້ານການເງິນ ຄວາມຮັກຢູ່ໃນເກນທີ່ສົມຫວັງ ຈະພົບຄົົນທີ່ມີຄວາມຈິງຈັງຈິງໃຈ ສຸຂຸມຮອບຄອບ ເປັນຜູ້ໃຫຍ່ ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ
ສີມຸງຄຸນສີບົວ ເລກນຳໂຊກ4
ຄົນເກີດວັນພະຫັດ:ການງານຈະພົບອຸປະສັກດ້ານການງານ ທີ່ຕ້ອງແກ້ໄຂໃຫ້ຜ່ານພົ້ນໄປໄດ້ຢ່າງວ່ອງໄວ ການເງິນຈະໄດ້ເງິນດ້ວຍຄວາມສະເໜ່ ເພາະມີຄົນອຸປະຖຳໃນຊ່ວງນີ້ ຄວາມຮັກລະວັງຄວາມລັງເລ ຈະເຮັດໃຫ້ອີກຝ່າຍຮູ້ສຶກບໍ່ຫມັ້ນຄົງໃນຄວາມສຳພັນໃນຊ່ວງນີ້ ເຄື່ອງມຸງຄຸນເງິນ ສີມຸງຄຸນສີແດງ ເລກນຳໂຊກ8
ຄົນເກີດວັນສຸກ:ການງານເລັ່ງສ້າງຜົນງານສະເໝີ ແລະ ລະວັງການຄວບຄຸມອາລົມໃນເລື່ອງຂອງການເຮັດວຽກງານ ການເງິນລະມັດລະວັງການໃຊ້ຈ່າຍ ຄວນວາງແຜນການໃຊ້ເງິນຈຶ່ງຈະດີທີ່ສຸດ ຄວາມຮັກມີໃຜໃນໃຈແລ້ວໃນຕອນນີ້ ກຳລັງສານຄວາມສຳພັນ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີສົ້ມ ເລກນຳໂຊກ 9
ຄົນເກີດວັນເສົາ:ການງານງານດ້ານທຸລະກິດຈະການທ່ອງທ່ຽວ ງານສື່ອອນໄລນ໌ຕ່າງໆ ຈະເຮັດໃຫ້ໄດ້ຮັບຜົນກຳໄລ ແລະ ຄວາມສຳເລັດທີ່ດີ ການເງິນເງິນທີ່ໄດ້ມາຈະນຳໄປຈັດການໜີ້ສິນເກົ່າໆ ໃຊ້ຄວາມປະຢັດຫລາຍໆ ໃນຊ່ວງນີ້ ຄວາມຮັກຈະພົບຄົນທີ່ຄອຍຖ້າຮັບຟັງບັນຫາ ແລະ ຊ່ວຍເຫລືອທາງດ້ານການງານສະເໝີ ເປັນແບບເພື່ອນຄູ່ຄິດ ແລະ ເປັນຄູ່ຮັກທີ່ດີ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຟ້າ ເລກນຳໂຊກ3