ແຈ້ງການ ການຕັດທໍ່ສົ່ງ ຂະໜາດ 500DIP ແລະ ຕິດຕັ້ງໝໍ້ແທກນໍ້າ ເພື່ອເພີ່ມແຮງດັນນໍ້າ ສະຖານທີ: ທາງເຂົ້າສວນວັດທະນາທຳລ້ານຊ້າງ ບ້ານໂພຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນສຸກ ວັນທີ 13 ມັງກອນ 2023 ສົ່ງຜົນໃຫ້ມີນໍ້າອອກຄ່ອຍ ຫຼື ບໍ່ມີນໍ້າອອກ ໃນຂອບເຂດ 02 ເຂດເມືອງຄື: ຊຶ່ງມີລາຍລະອຽດດັ່ງນີ້
ໃນວັນສຸກ ວັນທີ 13 ມັງກອນ 2023
ຊຶ່ງໃນເວລາດຳເນີນງານແມ່ນຈະສົ່ງຜົນໃຫ້ມີນໍ້າອອກຄ່ອຍ ຫຼື ບໍ່ມີນໍ້າອອກ ໃນຂອບເຂດ 02 ເຂດເມືອງດັ່ງນີ້:ເມືອງໄຊທານີ: ບ້ານໂພຄຳ, ບ້ານນາລ້ອມ, ບ້ານໂຄກໃຫຍ່ ແລະ ບ້ານໂຄກນ້ອຍເມືອງໄຊເສດຖາ: ບ້ານໂຊກໃຫຍ່ ແລະ ບ້ານໂຊກນ້ອຍການປະຕິບັດວຽກ ແມ່ນເລີ່ມໃນວັນສຸກ ວັນທີ 13 ມັງກອນ 2023 ດັ່ງນັ້ນຈຶງຂໍແຈ້ງມາຍັງລູກຄ້າ ເພື່ອກະກຽມໂຕ່ງນໍ້າໄວ້ຊົມໃຊ້ລ່ວງໜ້າ ຈົນກວ່າແຮງດັນນໍ້າຈະມາປົກກະຕິແລະ ຂໍອະໄພໃນຄວາມບໍ່ສະດວກຕໍ່ການຊົມໃຊ້ນໍ້າປະປາຂອງລູກຄ້າໃນຄັ້ງນີ້ດ້ວຍ