ກົດໄລ້ກົດແຊຣ໌ ດວງລາຍວັນປະຈຳວັນທີ 13 ມັງກອນ 2023 ການງານ ການເງິນ ຄວາມຮັກ

    0
    59

    ຄົນເກີດວັນອາທິດ:ການ​ງານເໝາະ​ທີ່​ຈະ​ເຮັດ​ທຸລະກິດ​ທາງ​ດ້ານ​ເປັນ​ທີ່​ປຶກ​ສາ ຈະ​ໄດ້ຮັບ​ຄ່າ​ຕອບ​ແທນ​ຄຸ້ມ​ຄ່າ ການ​ເງິນອາດຈະມີພີ່ນ້ອງ ​ຫລື ​ຄົນທີ່ທ່ານ​ເຊື່ອໃຈຈະ​ນຳ​ໂຊກ​ມາ​ໃຫ້
    ຄວາມ​ຮັກລະ​ວັງ​ເກີດ​ຄວາມ​ຂັດ​ແຍ້ງ​ກັບ​ຄົນ​ຮັກ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນ​ສີຂາວ ເລກ​ນຳ​ໂຊກ​2

    ຄົນເກີດວັນຈັນ:ການ​ງານຊ່ວງ​ນີ້​ຖ້າຈະ​ເຮັດ​ທຸລະກິດ​ແບບ​ສາຍ​ດ່ຽວ​ຈຶ່ງ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ດີ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ ຄວາມ​ຮັກລະ​ວັງ​ຄຳ​ເວົ້າ​ ແລະ ​ການ​ສື່​ສານ​ທີ່​ເຮັດໃຫ້​ເກີດ​ຄວາມ​ບໍ່​ເຂົ້າໃຈ​ກັນ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີ​ສົ້ມ ເລກ​ນຳ​ໂຊກ​4

    ຄົນເກີດວັນອັງຄານ:ການ​ງານ​ເຮັດ​ທຸລະກິດ​ເປັນ​ທີ່​ປຶກ​ສາ ກັບ​ຊາວ​ຕ່າງ​ຊາດ ຈະ​ເຮັດໃຫ້​ກ້າວ​ໜ້າ​ຫລາຍ ການ​ເງິນຈະ​ນຳ​ເງິນ​ຂອງ​ຕົນເອງ​ໄປ​ຊ່ວຍ​ເຫລືອ​ຄົນ​ໃນ​ຄອບຄົວ ຄວາມ​ຮັກຕົນເອງ​ນັ້ນ​ມີ​ສະເໜ່​ຫລາຍ​ໆ​ຈະ​ພົບ​ໃຜ​ທີ່​ຈະ​ເຂົ້າ​ມາ​ໃຫ້​ເລືອກ​ຫລາຍກວ່າ 1 ຄົນ ເຄື່ອງມຸງຄຸນ​  ຫີນນໍາໂຊກສິແດງ ສີມຸງຄຸນສີ​ບົວ ເລກ​ນຳ​ໂຊກ​2

    ຄົນເກີດວັນພຸດ:ການ​ງານຊ່ວງ​ນີ້​ໃຫ້​ກຽມ​ແຜນ​ທຸລະກິດການ​ງານ​ເອົາ​ໄວ້​ກ່ອນ ຍັງ​ບໍ່​ແມ່ນ​ຈັງ​ຫວະ​ທີ່​ດີ​ທີ່​ຈະ​ໃຊ້​ເງິນ​ລົງ​ທຶນ​ ການ​ເງິນຈະ​ໄດ້​ເງິນ​ຫລື​ເຄື່ອງ​ປະ​ດັບ​ຂອງ​ທີ່​ຖືກ​ໃຈ ຄວາມ​ຮັກມີ​ໂອ​ກາດ​ພົບ​ຮັກ​ຄົົນທີ່​ເຂົ້າ​ມາ​ໃນ​ຊ່ວງ​ນີ້ ຢູ່ໃນ​ເກນ​ຜິວ​ສອງ​ສີ ເຄື່ອງມຸງຄຸນ​​ສາຍຄໍຄໍາ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​7

    ຄົນເກີດວັນພະຫັດ:ການ​ງານ​ເຮັດ​ທຸລະກິດ​ດ້ານ​ແຟ​ຊັ່ນ ການ​ຄ້າ​ເສື້ອ​ຜ້າ ທຸລະ​ກິດ​ອາຫານ ທຸລະກິດ​ງານ​ສິລະປະ ຈະ​ເຮັດໃຫ້​ໄດ້ຮັບ​ຜົນ​ກຳ​ໄລ ການ​ເງິນຈະ​ໄດ້​ເງິນ​ກ້ອນ​ໃຫຍ່​ແບບ​ບໍ່​ຄາດ​ຝັນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ​ໃນ​ຊ່ວງ​ນີ້ ຄວາມ​ຮັກຈະ​ພົບ​ຮັກ​ກັບ​ຄົົນທີ່​ມີ​ສະເໜ່​ຫລາຍ​ໆ ມີ​ເກນ​ອາ​ຍຸ​ນ້ອຍ​ກວ່າ ເຄື່ອງມຸງຄຸນ ຕ່າງຫູຄໍາ ສີມຸງຄຸນ  ສີ​ຟ້າ ເລກ​ນຳ​ໂຊກ​6

    ຄົນເກີດວັນສຸກ:ການ​ງານ​ຖ້າ​ຕິດ​ຕໍ່​ສະໝັກ​ວຽກງານ​ໄວ້​ຈະ​ໄດ້​ວຽກງານ​ໃໝ່ ຫລື​ ຜູ້ໃຫຍ່​ຈະ​ຊ່ວຍ​ເຫລືອ​ອຸປະຖຳ ການ​ເງິນໂຊ​ກດີ​ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ ຄວາມ​ຮັກພົບ​ຮັກ​ແບບບໍ່ທັນຕັ້ງໂຕ​ກັບ​ຄົນ​ຜິວ​ຂາວ ໝູ່ເພື່ອນ​ຈະ​ຍິນ​ດີ​ດ້ວຍ​ກັບ​ຄວາມ​ຮັກ​ເທື່ອ​ນີ້ ເຄື່ອງມຸງຄຸນ​​ເງິນ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​6

    ຄົນເກີດວັນເສົາ:ການ​ງານ​ຊ່ວງ​ນີ້​ຄວນ​ລະ​ງັບ​ໂປຣ​ເຈັກ​ ໂຄງ​ການ​ຕ່າງ​ໆ ເອົາ​ໄວ້​ກ່ອນ ການ​ເງິນ​ ໂຊ​ກດີ​ຈະ​ໄດ້​ເງິນ ມີ​ໂຊກ​ຈາກ​ເພດ​ກົງກັນຂ້າມ​ຄອຍ​ຖ້າ​ອຸປະຖຳ​ແລະ​ຊ່ວຍ​ເຫຼືອ
    ຄວາມ​ຮັກ​ຈະ​ເລືອກ​ຄົົນທີ່​ມີ​ສະເໜ່ ​ແລະ ​ທ່ານ​ຈະ​ນຳ​ຄວາມ​ສຸກ​ ​ຄວາມ​ຮັກ ​ຄວາມ​ຈິງ​ໃຈ​ມາສູ່​ທ່ານ ເຄື່ອງມຸງຄຸນ ແຫວນເພັດ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​0

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.