ດ່ວນ! ແຈ້ງການຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ ຕົວແທນຂອງທະນາຄານທຸລະກິດ ທົ່ວປະເທດ

    0
    93

    – ອີງຕາມກົດຫມາຍວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ) ສະບັບເລກທີ 56/ສພຊ, ລົງວັນທີ 07 ທັນວາ 2018;

    – ອີງຕາມກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບເລກທີ 15 /ສພຊ, ລົງວັນທີ 07 ກໍລະກົດ 2022;

    – ອີງຕາມຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022;

    – ອີງຕາມແຈ້ງການກ່ຽວກັບການຫັນຮ້ານແລກປ່ຽນເງິນຕາໄປເປັນຕົວແທນຂອງທະນາຄານທຸລະກິດ ສະບັບເລກທີ 111/ທຫລ, ລົງວັນທີ 12 ສິງຫາ 2021.

    ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງບັນດາທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາຕົວ ແທນ ຊາບວ່າ: ເພື່ອເປັນການຜັນຂະຫຍາຍກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບ ເລກທີ 15/ສພຊ, ລົງວັນທີ 7 ກໍລະກົດ 2022, ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງວ່າດ້ວຍການບໍລິການ ແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022 ເພື່ອປ່ຽນແທນສອງຂໍ້ຕົກລົງຄື: ຂໍ້ຕົກລົງວ່າ ດ້ວຍທຸລະກິດແລກປ່ຽນເງິນຕາ ສະບັບເລກທີ 393/ທຫລ, ລົງວັນທີ 02 ກໍລະກົດ 2020 ແລະ ຂໍ້ຕົກລົງວ່າດ້ວຍການ ບໍລິການແລກປ່ຽນເງິນຕາຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນ ສະບັບເລກທີ 449/ທຫລ, ລົງວັນທີ 14 ມິຖຸນາ 2022.

    ໃນນີ້, ຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາສະບັບດັ່ງກ່າວໄດ້ກໍານົດໃຫ້ ທະນາຄານທຸລະກິດ ທີ່ຕັ້ງຢູ່ ສປປ ລາວ ເທົ່ານັ້ນ ສາມາດໃຫ້ບໍລິການແລກປ່ຽນເງິນຕາ. ສະນັ້ນ, ເພື່ອຈັດຕັ້ງປະຕິບັດໃຫ້ ສອດຄ່ອງກັບບັນດານິຕິກໍາທີ່ມີຜົນສັກສິດໃນປັດຈຸບັນ, ທະນາຄານແຫ່ງ ສປປ ລາວ ຈຶ່ງແຈ້ງມາຍັງບັນດາທະນາຄານທຸລະ ກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນ ດັ່ງນີ້:

    1. ທະນາຄານແຫ່ງ ສປປ ລາວ ຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນທັງໝົດ 113 ຮ້ານ ທີ່ຂຶ້ນກັບ 6 ທະນາຄານທຸລະກິດ;

    2. ໃຫ້ທະນາຄານທຸລະກິດທີ່ມີຮ້ານແລກປ່ຽນເງິນຕາຕົວແທນຂຶ້ນກັບ ຢຸດເຊົາການຕໍ່ອາຍຸສັນຍາ ແລະ ຍົກເລີກ ສັນຍາຕົວແທນບໍລິການແລກປ່ຽນເງິນຕາກັບຮ້ານແລກປ່ຽນເງິນຕາຕົວແທນຂອງຕົນທັງໝົດ,

    ດໍາເນີນການປິດບັນຊີເງິນຝາກທີ່ອອກຊື່ຮ້ານແລກປ່ຽນເງິນຕາຕົວແທນ ຢູ່ທະນາຄານທຸລະກິດທີ່ກ່ຽວຂ້ອງ, ນໍາສົ່ງບົດບັນທຶກ ການຍົກເລີກສັນຍາການເປັນຕົວແທນແລກປ່ຽນເງິນຕາ ລະຫວ່າງ ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນ ເງິນຕາຕົວແທນ ພ້ອມທັງໜັງສືອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນທີ່ ຂຶ້ນກັບທະນາຄານທຸລະກິດຕົນ ສົ່ງຄືນໃຫ້ແກ່ກົມນະໂຍບາຍເງິນຕາ ຫຼື ສາຂາທະນາຄານແຫ່ງ ສປປ ລາວ ປະຈໍາ ພາກ ທີ່ກ່ຽວຂ້ອງ ພາຍໃນວັນທີ 31 ມັງກອນ 2023;

    3. ທະນາຄານທຸລະກິດທີ່ມີຈຸດປະສົງຕ້ອງການສ້າງຕັ້ງໜ່ວຍແລກປ່ຽນເງິນຕາ ແມ່ນໃຫ້ປະຕິບັດຕາມຂໍ້ຕົກລົງວ່າດ້ວຍ ການບໍລິການແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.