ໂຫດ ສາວງາມຖືກແຟນເກົ່າ​ຄ າ ດ ​ຕ ະ ກ ຳ ແທງດັບຄາຫົນທາງ ເຮັດໃຫ້ຍິງສາວເສຍຊີວິດຄາທີ

    0
    112

    ວັນ​ທີ 13 ມັງກອນ​ນີ້, ຕຳຫຼວດ​ເມືອງ ແທງ​ຊວນ ​ແລະ ຕຳຫຼວດ​ນະຄອນ ຮ່າ​ໂນ້ຍ ພວມ​ດຳ​ເນີນ​ການ​ສືບສວນ​ສອບ​ສວນ​ເຫດ​ຄາດ​ຕະກຳ​ທີ່​ເຮັດ​ໃຫ້​ເດັກ​ຍິງ​ຜູ້​ໜຶ່ງ​ເສຍ​ຊີວິດ​ຢູ່​ຖະໜົນ ເວືອງເທືອວູ, ​ເມືອງ ແທງ​ຊວນ ປະເທດ ຫວຽດນາມ.

    ຂໍ້ມູນເບື້ອງຕົ້ນ, ກ່ອນໜ້ານັ້ນ, ເວລາປະມານ 23:30 ໂມງ, ປະຊາຊົນ ໄດ້ຍິນສຽງໂຕ້ແຍ້ງ ແລະ ຕໍ່ສູ້ກັນ ຢູ່ຕໍ່ໜ້າເຮືອນເລກທີ 82 ຖະໜົນ ເວືອງເທືອວູ.

    ເວລານີ້, ມີຜູ້ຊາຍໃສ່ໝວກກັນນ໋ອກ ໄດ້ທຸບຕີຍີງສາວ ທັງຕີທັງທັງເຕະເຮັດໃຫ້ຍິງສາວລົ້ມຫລາຍຄັ້ງ ຈາກນັ້ນກະຈັບ

    ມີດອອກມາແລະກະໜ່ຳແທງຫລາຍສີບຄັ້ັງຈົນເຮັດໃຫ້ຍິງສາວເສຍຊີວິດຄາທີ ຫລັງຈາກກໍ່ເຫດຜູ້ກ່ຽວກໍໄດ້ຫຼົບໜີໄປ

    ຕາມແຫຼ່ງຂ່າວຈາກ ໜັງສືພິມ ຈາລະຈອນ ໃຫ້ຮູ້ວ່າ: ໃນຂະບວນການສອບສວນ, ເບື້ອງຕົ້ນ ເຈົ້າໜ້າທີ່ຕຳຫຼວດ ໃຫ້ຮູ້ວ່າ: ຜູ້ຕ້ອງຫາທີ່ກໍ່ເຫດແມ່ນແຟນເກົ່າຂອງຜູ້ເສຍຊີວິດ.

    ດັ່ງນັ້ນ, ຈຶ່ງເປັນໄປໄດ້ວ່າສາເຫດເບື້ອງຕົ້ນແມ່ນເກີດຄວາມຂັດແຍ້ງທາງດ້ານຄວາມຮູ້ສຶກ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.