ແອບສ່ອງ ປະຫວັດ ປ່າເຢັ້ງຊາລໍ່ ຈາກຜູ້ຍິງຄົນໜຶ່ງ ກາຍມາເປັນນາງງາມ Miss Universe Laos 2022

    0
    138

    ປະຫວັດ ປ່າເຢັ້ງຊາລໍ່ Miss Universe ຍ້ອນໄປຕອນປະກວດມົງລົງເປັນທີ່ຮຽບຮ້ອຍ ນາງງາມລາວ 2022 ໃນຄໍ່າຄືນອັນພິເສດ 8 ຕຸລາ 2022 ນ້ອງປ່າເຢັ້ງຊາ ລໍ່ MUL07 ໄດ້ຮັບຕໍາແໜ່ງ ມີສຢູນິເວີຣສລາວ 2022 (Miss Universe Laos 2022) ພ້ອມລາງວັນພິເສດອີກ 2 ລາງວັນ ຄື

    ໄດ້ຮັບລາງວັນ Miss Perfect Skin By Renita Beauty Center ແລະ ລາງວັນ Smart Lady By Naree.

    ເຊິ່ງຈະໄດ້ກາຍເປັນຕົວແທນສາວງາມຈາກປະເທດລາວໄປປະກວດຕໍ່ໃນເວທີສາກົນ ຫຼື ມີສຢູນິເວີຣສ 2022 (Miss Universe 2022) ນັ້ນເອງ.

    ນ້ອງປ່າເຢັ້ງຊາ ລໍ່(ນ້ອງປ່າ) MUL07 ເປັນສາວລາວເຜົ່າມົ້ງຄົນໜຶ່ງທີ່ກຳເນີດເຕີບໃຫຍ່ມາຈາກແຂວງຊຽງຂວາງ ແດນທົ່ງໄຫຫີນ ເພິ່ນມັກຮັກໃນການຮຽນໂດຍສະເພາະແມ່ນຮຽນພາສາອັງກິດ ເພາະນ້ອງເຊື່ອວ່າການທີ່ເຮົາເວົ້າ, ເຂົ້າໃຈ ແລະເກັ່ງໃນພາສາອັງກິດຈະຊ່ວຍໃຫ້ມີອະນາຄົດທີ່ດີໄດ້!

    ນ້ອງປ່າບໍແມ່ນເດັກຮຽນອິນເຕີມາແຕ່ນ້ອຍ ແຕ່ນ້ອງເປັນຜູ້ຂະຫຍັນມັກຊອກຮູ້ຮ່ຳຮຽນຕາມຊ່ອງທາງຕ່າງໆເທົ່າທີ່ມີ ເປັນໂຊກດີຂອງນ້ອງຢ່າງໜຶ່ງຄືເກີດໃນຍຸກທີ່ມີພ້ອມທັງອິນເຕີເນັດ, ຊ່ອງທາງການຮຽນຮູ້ທີ່ເຂົ້າເຖິງງ່າຍ ນ້ອງຈຶ່ງສະແຫວງຫາສິ່ງທີ່ທີ່ຕົນຄິດວ່າດີຈາກອິນເຕີເນັດຄວບຄູ່ກັບການຮຽນຢູ່ໂຮງຮຽນ

    ນອກຈາກນີ້ ນ້ອງຍັງມັກຟັງເພງທີ່ເປັນພາສາອັງກິດ ເພື່ອໃຫ້ເຂົ້າໃຈຄວາມໝາຍຄຳສັບທີ່ຫຼາກຫຼາຍ ໂດຍສະເພາະການໃຊ້ສຽງຄວບຕ່າງ ພ້ອມນີ້ຢູ່ແຂວງຊຽງຂວາງເອງໃນຕອນທີ່ນ້ອງຍັງຮຽນຢູ່ມັດທະຍົມກໍ່ມີສູນພາສາທີ່ສອນໂດຍຄົນຕ່າງປະເທດໃຫ້ນ້ອງໄດ້ໄປຮຽນໄປຝຶກນຳອີກ.

    ນ້ອງບອກວ່າ ນ້ອງມັກສາວຄູສອນພາສາອັງກິດຄົນໜຶ່ງໃນຊ່ອງຢູທຸບທີ່ສຸດ ເພາະເພິ່ນອອກສຽງເປັນພາສາອັງກິດອາເມລິກັນ ເຊິ່ງຟັງແລ້ວມ່ວນ ນ້ອງຈຶ່ງເລືອກທີ່ຈະຕິດຕາມ ແລະເດີນທາງສາວຄູຄົນນັ້ນ ເພື່ອຫັດຜັນສຽງຕົນເອງໃຫ້ເປັນໄປຕາມເຈົ້າຂອງພາສາ.

    ຈາກນັ້ນນ້ອງໄດ້ນຳເອົາສິ່ງທີ່ໄດ້ຮຽນມາ ເພື່ອມາແບ່ງປັນໃຫ້ກັບໝູ່ຄູ່ຜ່ານທາງໂຊຊຽວ ໂດຍທາງເຟສບຸກແມ່ນຮຽນຜ່ານເພຈ Learn English with Payengxa ເມື່ອຜູ້ຄົນເຫັນກໍ່ມີຄວາມສົນໃຈ ແລະແຊຕໍ່ໆກັນ ຈົນນ້ອງໄດ້ກາຍເປັນຄູສອນພາສາອັງກິດທາງອອນລາຍໂດຍອັດຕະໂນມັດ ກ່ອນທີ່ຈະເປີດຮັບນັກຮຽນມາສອນຢ່າງຈີງຈັງ.

    ຢ່າງໃດກໍ່ຕາມບົດຮຽນຄວາມຮູ້ທີ່ໄດ້ມາຈາກການຮຽນຮູ້ຜ່ານອອນລາຍ ແລະພື້ນຖານເບື້ອງຕົ້ນແມ່ນຍັງບໍ່ພຽງພໍເທື່ອ ເມື່ອຈົບມັດທະຍົມນ້ອງຈິ່ງຕັດສິນໃຈມາຮຽນຢູ່ ນະຄອນຫຼວງວຽງຈັນ ແລະຕອນນີ້ກຳລັງສຶກສາຢູ່ທີ່ ວິທະຍາໄລລາວອາເມຣິກາ (Lao-American College) ປີສາມ ແລະ ນ້ອງໄດ້ເລືອກຮຽນສາຍຄື ບໍລິຫານທຸລະກິດ.

    ຕິກພັນກັບການຮຽນແລ້ວ ນ້ອງປ່າຍັງ ນ້ອງເປັນ Co-Founder ຜູ້ຮ່ວມລິເລີ່ມກຸ່ມ HmongWomanNetwork ສ້າງເພື່ອຊ່ວຍເຫຼືອແມ່ຍິງມົ້ງໂດຍສະເພາະເດັກຍິງຢູ່ຊົນນະບົດ ແລະ

    ທັງເປັນອາສາສະໝັກຊ່ວຍເຫຼືອຜູ້ຕົກທຸກໄດ້ຍາກເຊັ່ນ: ເດັກກຳພ້າ, ຜູ້ເຖົ້າຜູ້ແກ່, ຜູ້ທີ່ບໍ່ມີທີ່ຢູ່ອາໄສຕື່ມອີກ.ບາງກິດຈະກຳທີ່ນ້ອງໄປເຮັດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.