ເຊື່ອວ່າຫຼາຍໆຄົນທີ່ເຮັດອາຫານກິນຢູ່ເຮືອນ ມັກຈະຫຼີກລ່ຽງການໃສ່ແປ້ງນົວລົງໄປໃນອາຫານຢ່າງເດັດຂາດ ເພາະຫຼາຍຄົນກໍເຊື່ອວ່າ “ແປ້ງນົວ” ໃຫ້ໂທດຕໍ່ຮ່າງກາຍຄື ຜົມລົ່ນ ຕົນໂຕລ່ອຍ ແລະ ອື່ນໆ ແທ້ໆແລ້ວ “ແປ້ງນົວ” ກໍໃຫ້ປະໂຫຍດໄດ້ເຊັ່ນກັນ.
ຊ່ວຍເພີ່ມຄວາມຢາກອາຫານແກ່ຜູ້ສູງອາຍຸ:ຜູ້ສູງອາຍຸຫຼາຍຄົນເລີ່ມຈະກິນເຂົ້າບໍ່ແຊບ ເພາະການເຮັດວຽກຂອງຮ່າງກາຍນັບມື້ນັບໜ້ອຍລົງ ຕ່ອມຮັບລົດຊາດກໍບໍ່ຄ່ອຍດີ ຈຶ່ງເຮັດໃຫ້ຜູ້ສູງອາຍຸຫຼາຍຄົນເບື່ອອາຫານ, ແຕ່ເມື່ອເຮັດກິນແລ້ວເພີ່ມ “ແປ້ງນົວ” ລົງໄປກໍຈະເຮັດໃຫ້ອາຫານແຊບຂຶ້ນ ແລະ ເພີ່ມຄວາມຢາກອາຫານແກ່ຜູ້ສູງອາຍຸ.
ຊ່ວຍໃຫ້ກະເພາະອາຫານ ແລະ ຕ່ອມນ້ຳລາຍເຮັດວຽກໄດ້ດີ:ໃນຜູ້ປ່ວຍທີ່ມີພາວະກະເພາະອາຫານຟໍ່ ຫຼື ຕ່ອມນ້ຳລາຍເຮັດວຽກບໍ່ໄດ້ດີ ອາດເຮັດໃຫ້ເກີດນ້ຳລາຍແຫ້ງ ແລະ ເບື່ອອາຫານ, ການໃສ່ແປ້ງນົວ ກໍຈະຊ່ວຍເພີ່ມຄວາມນົວແກ່ອາຫານໃຫ້ລົດຊາດກົມກ່ອມ ແລະ ຊ່ວຍກະຕຸ້ນຄວາມຢາກອາຫານໄດ້ຫຼາຍຂຶ້ນ.
ຊ່ວຍຫຼຸດປະລິມານໂຊດຽມໃນອາຫານ:ໂຊດຽມໃນອາຫານ ກໍຄືອາຫານທີ່ມີລົດຊາດເຄັມ ໃນຄົນທີ່ມັກກິນອາຫານທີ່ຕິດລົດຊາດເຄັມ ປຸງອາຫານດ້ວຍນ້ຳປາຫຼາຍ ຫຼື ເກືອຈຳນວນຫຼາຍ ເພື່ອໃຫ້ໄດ້ລົດຊາດທີ່ຕ້ອງການ, ຜົນຈາກການວິໄຈພົບວ່າ “ແປ້ງນົວ” ເມື່ອໃສ່ໄປໃນອາຫານເລັກໜ້ອຍ ກໍຈະເຮັດໃຫ້ລົດຊາດແຊບຂຶ້ນເຊັ່ນກັນ ແຖມຍັງຊ່ວຍຫຼຸດປະລິມານການໃສ່ໂຊດຽມໃນອາຫານ ແລະ ຍັງເຮັດໃຫ້ຮ່າງກາຍເຮົາ ໄດ້ຫຼຸດປະລິມານການຮັບໂຊດຽມເຂົ້າຮ່າງກາຍອີກດ້ວຍ.
ຂໍ້ມູນຈາກ vari-foods