ເຫດຍົນຕົກທີ່ປະເທດເນປານ ຢືນຍັນເສຍຊີວິດ 30 ສົບ
ຫຼັງຈາກທີ່ເກີດເຫດຍົນຕົກໃນ ເຊົ້າມື້ນີ້ 15 ມັງກອນ 2023 ຍົນ ATR72 ຂະໜາດ 72 ບ່ອນນັ່ງຂອງສາຍການບິນ
Yeti ຕົກທີ່ສະໜາມບິນໃນປະເທດເນປານ ຕອນນີ້ແມ່ນກຳລັງເຮັດປະຕິບັດການກູ້ໄພ ແລະ ປິດສະໜາມບິນຊົ່ວຄາວ
ສ່ວນສາເຫດແມ່ນຍ້ອນໃນຂະນະທີ່ກຳລັງຈະລົງຈອດເຊິ່ງຫ່າງຈາກສະໜາມບິນ 2 ກມ ແຕ່ເຄື່ອງເກີດກະແທກກັບພື້ນ
ແລະ ໄຟໄໝ້ກ່ອນ ແລະໃນ 30 ຄົນທີ່ເສຍຊີວິດມີເດັກນ້ອຍ 2 ປີ ເຖິງ 4 ຄົນດ້ວຍກັນ ຂໍສະແດງຄວາມເສຍໃຈຕໍ່ເຫດການຄັ້ງນີ້ດ້ວຍ
ສະລົດໃຈ ເກີດເຫດເຮືອບິນຕົກທີ່ປະເທດເນປານ ເຮັດໃຫ້ມີຜູ້ເສຍຊີວິດ ກວ່າ30ຄົນ
ສະລົດໃຈ ເກີດເຫດເຮືອບິນຕົກທີ່ປະເທດເນປານ ເຮັດໃຫ້ມີຜູ້ເສຍຊີວິດ ກວ່າ30ຄົນ