ເຕືອນໄພຜູ້ໃຊ້ໂທລະສັບ ກຸ່ມຄົນບໍ່ດີດັດແປງສາຍສາກໂທລະສັບດູດເອົາຂໍ້ມູນ

    0
    50

    ເຕືອນໄພຜູ້ໃຊ້ໂທລະສັບ ຫຼີກລ່ຽງການຢືມສາຍສາກໂທລະສັບຈາກຄົນແປກໜ້າ ຫຼັງພົບກຸ່ມຄົນບໍ່ດີ ດັດແປງສາຍສາກດູດຂໍ້ມູນໂທລະສັບ.

    ວັນທີ 14 ມັງກອນ Drama-addict ອອກມາໂພສຂໍ້ຄວາມເຕືອນໄພກ່ຽວກັບກຸ່ມຄົນບໍ່ຫວັງດີ ພາຍຫຼັງທີ່ພົບວ່າມີແຮັກເກີ ດັດແປງສາຍສາກໃຫ້ດູດຂໍ້ມູນໄດ້ ສະນັ້ນຄວນຫຼີກລ່ຽງຢືມສາຍສາກຂອງຄົນທີ່ບໍ່ຮູ້ຈັກມາສາກໂທລະສັບ ໂດຍລະບຸໄວ້ຄື

    “ຕາມພາບນີ້ ຄືສາຍສາກໂທລະສັບໄອໂຟນທີ່ທີມແຮັກເກີດັດແປງທາງໃນໃຫ້ສາມາດດູດຂໍ້ມູນຈາກໂທລະສັບໜ່ວຍອື່ນໄດ້ ສົມມຸດວ່າມີຄົນມາໃຊ້ສາຍສາກນີ້ ກໍຈະສາມາດດູດຂໍ້ມູນໃນໂທລະສັບນັ້ນໄດ້ ໂດຍສາຍມັນຈະມີອຸປະກອນດັກຈັບຂໍ້ມູນ

    ຖ້າຜູ້ສາກສາຍສາກນີ້ພິມຂໍ້ມູນ ລະຫັດຜ່ານ ມັນກໍຈະຖືກສົ່ງຂໍ້ມູນຜ່ານລະບົບແບບບໍ່ມີສາຍ ໄປເຂົ້າຄອມພິວເຕີກຸ່ມຄົນບໍ່ດີ ເຊິ່ງໃນພາບນີ້ເປັນຮູບແບບປີ 2019 ຕອນນີ້ຜ່ານມາສາມສີ່ປີມີຮຸ້ນໃໝ່ອອກມາຂາຍຫຼາຍຊະນິດ ແລະ ມີແບບ usb-c ທີ່ເຮົາໃຊ້ໃນປັດຈຸບັນນີ້.

    ເຊິ່ງສາຍສາກນີ້ ຈະມີຂາຍທົ່ວໄປໃນຕະຫຼາດ ແລະ ຈະບໍ່ສາມາດແຍກລັກສະນະພາຍນອກຂອງສາຍສາກທົ່ວໄປ ກັບ ສາຍສາກດູດຂໍ້ມູນໄດ້ເລີຍ.”

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.