ອຸບັດເຫດລົດໃຫຍ່ຕໍາສັດລ້ຽງເຊັ່ນ: ງົວ ຄວາຍ ແບ້ ຢູ່ທາງດ່ວນວຽງຈັນ-ວັງວຽງເກີດຂຶ້ນໃນ ແຕ່ລະໄລຍະ ເຖິງແມ່ນວ່າຜູ້ຄຸ້ມຄອງທາງດ່ວນໄດ້ເຮັດ ຮົ້ວກັ້ນແລ້ວກໍຕາມ, ປະເດັນທີ່ໜ້າສົນ ໃຈນັ້ນ ຫຼື ສັງຄົມໃຫ້ຄວາມສົນໃຈນັ້ນ ເມື່ອລົດຕໍາສັດລ້ຽງຢູ່ທາງດ່ວນແລ້ວແມ່ນໃຜຈະ ເປັນຜູ້ຮັບຜິດຊອບ ລະຫວ່າງເຈົ້າຂອງສັດລ້ຽງ ແລະ ຜູ້ຮັບຜິດຊອບທາງດ່ວນ?
ດັ່ງກໍລະນີຜູ້ທີ່ໃຊ້ເຟສບຸກທ່ານໜຶ່ງທີ່ມີຊື່ວ່າ:Tainoy Vilaysanໄດ້ຂີ່ລົດຕໍາງົວຢູ່ທາງດ່ວນ ວຽງຈັນ-ວັງວຽງ ກ່ອນຈະຮອດສະຖານີຈ່າຍເງິນປາຍທາງ ນະຄອນຫຼວງ 2 km ເຂດເມືອງນາຊາຍທອງ ຊຶ່ງໄດ້ເຮັດ ໃຫ້ລົດຜູ້ກ່ຽວເປ່ເພສົມຄວນ ແລະ ງົວແມ່ນໄດ້ເສຍຊີວິດຄາທີ່ ແລະ ບໍ່ຮູ້ວ່າເຈົ້າຂອງງົວເເມ່ນ ຜູ້ໃດ? ນັ້ນໝາຍຄວາມວ່າຈະເອົາຜິດກັບໃຜ ຫຼື ແມ່ນໃຜຈະຮັບຜິດຊອບຄວາມເສຍຫາຍຂອງລົດ ລວມທັງຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ ຖ້າເກີດອຸບັດເຫດໃນກໍລະນີເຊັ່ນນີ້.
ເຈົ້າຂອງງົວກໍ່ບໍ່ເຫັນ ທາງດ່ວນກໍ່ປັດຄວາມຮັບຜິດຊອບ ຈະເອົາຜິດກັບໃຜດີຖ້າເກີດອຸບັດເຫດແບບນີ້