ໃນແຕ່ລະປີຄວາມຕ້ອງການລັດຖະກອນໃຫມ່ ມີຈໍານວນຫລາຍ ແຕ່ລັດບໍ່ສາມາດອະນຸມັດຈໍານວນໂຄຕ້າໄດ້

    0
    47

    ໃນໂອກາດຊີ້ແຈງຕໍ່ກອງປະຊຸມສະໄຫມສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອບໍ່ດົນມານີ້, ທ່ານທອງຈັນ ມະນີໄຊ, ລັດຖະມົນຕີກະຊວງພາຍໃນ ໃຫ້ຮູ້ວ່າ: ໃນແຕ່ລະປີຄວາມຕ້ອງການລັດຖະກອນໃຫມ່ຂອງແຕ່ລະຂະແຫນງການທັງຢູ່ສູນກາງ ແລະ ທ້ອງຖິ່ນ ມີຈໍານວນຫລາຍ, ແຕ່ອີງໃສ່ທິດຊີ້ນໍາຂອງລັດຖະບານໃນການປັບປຸງ

    ກົງຈັກການຈັດຕັ້ງຂອງລັດໃຫ້ມີຄວາມກະທັດຮັດ, ກໍານົດຕໍາແຫນ່ງງານໃຫ້ຖືກຕ້ອງ ແລະ ຮັບປະກັນໃຫ້ສາມາດຈັດຕັ້ງປະຕິບັດວຽກງານຢ່າງມີປະສິດທິຜົນກວ່າເກົ່າ, ບວກກັບສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດຂອງປະເທດ, ລັດຖະບານ ຈິ່ງບໍ່ສາມາດອະນຸມັດຈໍານວນໂຄຕ້າຮັບລັດຖະກອນໃຫ້ທີ່ແຕ່ລະຂະແຫນງການມີຄວາມຄວາມຕ້ອງການ ຫລື ອະນຸມັດໂຄຕ້າຮັບລັດຖະກອນໃຫມ່ໃນຈໍານວນທີ່ຈໍາກັດ.

    ອີງຕາມສະຖິຕິ ມາຮອດປີ 2022 ຜ່ານມາ, ທົ່ວປະເທດ ມີລັດຖະກອນທັງຫມົດ 175.058 ຄົນ, ຍິງ 83.066 ຄົນ, ໃນນີ້ ລັດຖະກອນຄູ ຈໍານວນ 72.6002 ຄົນ, ຍິງ 39.423 ຄົນ, ກວມເອົາ 42%, ແລະ ລັດຖະ ກອນແພດ 15.907 ຄົນ, ຍິງ 10.828 ຄົນ, ກວມເອົາ 9% ຂອງລັດຖະ ກອນທັງຫມົດໃນທົ່ວປະເທດ ແລະ ອື່ນ

    ໆ. ສ່ວນອາສາສະຫມັກ ເວົ້າສະເພາະ ຄູອາສາສະຫມັກ ແລະ ແພດອາສາສະຫມັກໃນທົ່ວປະເທດ ມີທັງຫມົດ 15.826 ຄົນ, ຍິງ 4.819 ຄົນ, ແລະ ຄູອາ ສາສະຫມັກ 7.379 ຄົນ ແລະ ແພດອາສາສະຫມັກ 5.228.

    ສໍາລັບ ປີ 2023 ນີ້, ລັດຖະບານ ອະນຸມັດໃຫ້ຮັບລັດຖະກອນໃຫມ່ຈໍານວນ 800 ຄົນ ຈາມການສະເຫນີຂອງກະຊວງພາຍໃນ ໂດຍໃຫ້ບຸລິມະສິດແກ່ພະນັກງານຕາມສັນຍາ ແລະ ອາສາສະຫມັກທີ່ຕົກຄ້າງມາດົນ ໂດຍສະເພາະຄູ ແລະ ແພດອາສາສະຫມັກຢູ່ເຂດຊົນນະບົດຫ່າງໄກສອກຫລີກ ໂດຍມອບໃຫ້ຂະແຫນງການກ່ຽວຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນເປັນຜູ້ຄັດເລືອກຕາມຂັ້ນຕອນ ກໍຄື ລະບຽບການທີ່ກະຊວງພາຍໃນວາງອອກ.

    ຢ່າງໃດກໍຕາມ ລັດຖະມົນຕີ ກະຊວງພາຍໃນ ຍອມຮັບວ່າ: ການຄັດເລືອດລັດຖະກອນໃຫມ່ໃນໄລຍະຜ່າຍມາ ມີບາງຂະແຫນງການທັງຢູ່ສູນກາງ ແລະ ທ້ອງຖິ່ນ ຍັງບໍ່ໂປງໃສເທົ່າທີ່ຄວນ ເຮັດໃຫ້ບັນຫານີ້ກາຍເປັນບັນຫາສໍາຄັນຫນຶ່ງທີ່ຕ້ອງໄດ້ສືບຕໍ່ແກ້ໄຂໃຫ້ດີຂຶ້ນກວ່າເກົ່າ ເພື່ອບໍ່ໃຫ້ເກີດຫາງສຽງສິພາກວິຈານຈາກສັງຄົມ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.