ວັນທີ 15 ມັງກອນ 2023 ຜ່ານມານີ້ ມີເຫດການສະຫລົດໃຈຂຶ້ນ ກໍລະນີດິນເຈື່ອນທັບຖົມເດັກນ້ອຍເສຍຊີວິດ ຍ້ອນໄປເບິ່ງລົດຈົກດິນ ເຫດເກີດຢູ່ ບ້ານປາກຊອງ ເມືອງພຽງ ແຂວງໄຊຍະບູລີ.
ຜູ້ເຫັນເຫດການໄດ້ຖ່າຍວີດີໂອໄວ້ ເຊິ່ງສັງເຫດເຫັນໄດ້ວ່າ ມີລົດຈົກດິນ ຢູ່ເທິງພູ ເພື່ອບຸກເບີກພື້ນທີ່ຢູ່ ໃນຂະນະນັ້ນ ໄດ້ມີເດັກນ້ອຍຈຳນວນໜຶ່ງ ພາກັນໄປນັ່ງເບິ່ງລົດຈົກດິນ (ອາດເປັນຍ້ອນມັກ ຫລື ບໍ່ເຄີຍເຫັນ) ແຕ່ກໍເກີດມີເຫດການທີ່ບໍ່ຄາດຄິດຂຶ້ນ ດິນເຈື່ອນລົງມາທັບເອົາເດັກນ້ອຍຢູ່ລຸ່ມຈຸດຈົກດິນ ໂດຍທີ່ຜູ້ຂັບລົດຈົກດິນກໍບໍ່ຮູ້ ເຫດການນີ້ສາມາດຊ່ວຍເອົາເດັກນ້ອຍໄດ້ຄົນໜຶ່ງ ແລະ ເສຍຊີວິດຄົນໜຶ່ງ.ຂໍສະແດງຄວາມເສຍໃຈເຫດການທີ່ເກີດຂຶ້ນຄັ້ງນີ້ດ້ວຍ
ເລື່ອງນີ້ເປັນອຸທາຫອນ ເຕືອນໃຫ້ກັບພໍ່ແມ່ຜູ້ປົກຄອງທັງຫລາຍ ໄດ້ບອກເຕືອນລູກເຕົ້າຂອງຕົນເອງ ບໍ່ໃຫ້ເດັກນ້ອຍເຂົ້າໃກ້ຈຸດທີ່ມີການກໍ່ສ້າງ, ຈຸດທີ່ມີການຂຸດດິນ ຍ້ອນຜູ້ຂັບຈະບໍ່ສາມາດເບິ່ງເຫັນໄດ້ ແລະ ເພື່ອປ້ອງກັນບໍ່ໃຫ້ເກີດເຫດການແບບນີ້ອີກ.