ເຈົ້າໜ້າທີ່ ຈັບຕົວຜູ້ກໍ່ເຫດຄ າ ດຕ ະ ກ ຳ ປຸ້ນຊີງຊັບ ມາເຮັດແຜນປະກອບຮັບສາລະພາບ

    0
    90

    ວັນທີ 28 ທັນວາ 2022 ຜ່ານມາ ເຈົ້າໜ້າທີ່ວິຊາສະເພາະ ພະແນກຕຳຫລວດສືບສວນ-ສອບສວນ ປກສ ແຂວງສະຫວັນນະເຂດ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ນຳຕົວຜູ້ຖືກຫາ ໃນຄະດີຄາຕະກຳປຸ້ນເອົາຊັບ ຢູ່ບ້ານດົງໃຫຍ່ ເມືອງເຊໂປນ ແຂວງສະຫວັນນະເຂດ ເຮັດແຜນປະກອບຄຳຮັບສາລະພາບ.

    ເຫດການເກີດຂຶ້ນໃນຄັ້ງວັນທີ 28 ສິງຫາ 2022 ເຈົ້າໜ້າທີ່ວິຊາສະເພາະຄະດີອາຍາ ປກສ ເມືອງເຊໂປນ ໄດ້ຮັບການລາຍງານຈາກເຈົ້າໜ້າທີ່ ປກສ ບໍລິການ ກຸ່ມທີ 14 ວ່າ: ມີເຫດການຄາຕະກຳ ປຸ້ນເອົາຊັບ ຢູ່ບ້ານດົງໃຫຍ່ ເມືອງເຊໂປນ ມີຜູ້ເສຍຊີວິດ1 ຄົນ ບາດເຈັບ 1 ຄົນ ແລະ ລົດຈັກເສຍ 1 ຄັນ, ຈາກນັ້ນ ກອງບັນຊາການ ປກສ

    ເມືອງເຊໂປນ ໄດ້ປະສານສົມທົບກັບເຈົ້າໜ້າທີ່ວິຊາສະເພາະກອງບັນຊາການ ປກສ ແຂວງສະຫວັນນະເຂດ ແລະ ພາກສ່ວນກ່ຽວຂ້ອງລົງກວດກາສະຖານທີ່ເກີດເຫດ ແລະ ສັນນະສູດຊາກສົບ ຈຶ່ງສາມາດຮູ້ໄດ້ວ່າຜູ້ເສຍຊີວິດ ຊື່ທ້າວ ອາເຍີ ອາຍຸ 17 ປີ ຢູ່ບ້ານ ແກ້ງກົກ ເມືອງເຊໂປນ ຜູ້ໄດ້ຮັບບາດເຈັບ ຊື່ທ້າວ ສົມໃຈ ອາຍຸ 18 ປີ ຢູ່ບ້ານແກ້ງກົກ

    ເມືອງເຊໂປນ ສ່ວນລົດທີ່ຄົນຮ້າຍເອົາໄປແມ່ນລົດຈັກ ຍີ່ຫໍ້ ຮອນດາ ເວັບໄອ ສີດຳ ບໍ່ມີປ້າຍທະບຽນ, ພາຍຫລັງເກັບກຳຂໍ້ມູນຫລັກຖານ ແລະ ສອບສວນພະຍານອ້ອມຂ້າງ ທາງເຈົ້າໜ້າທີ່ ວິຊາສະເພາະ ຈຶ່ງໄດ້ຂຶ້ນບັນຊີຄັດຈ້ອນເປົ້າໝາຍ ເພື່ອຊອກຈັບຕົວຜູ້ກະທຳຜິດ ມາດຳເນີນຄະດີ, ຜ່ານການຕິດຕາມຂອງເຈົ້າໜ້າທີ່ວິຊາສະເພາະ ຈົນສາມາດຮູ້

    ເປົ້າໝາຍທີ່ສົງໄສ ຕົກມາຮອດວັນທີ 11 ຕຸລາ 2022 ທາງເຈົ້າໜ້າທີ່ຈຶ່ງໄດ້ຈັບຕົວ ທ້າວ ເຈືອງ ອາຍຸ 30 ປີ ຢູ່ບ້ານແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ ພ້ອມຂອງກາງຢາບ້າ 123 ເມັດ ມາດຳເນີນຄະດີຕາມລະບຽບກົດໝາຍ.

    ຜ່ານການສືບສວນ-ສອບສວນ ຜູ້ກ່ຽວຍອມຮັບສາລະພາບວ່າ: ຕົນເປັນຄົນລົງມືປຸ້ນເອົາລົດຈັກແທ້ ໃນທ່ຽງຄືນຂອງວັນທີ 27 ຕຸລາ 2022 ຕົນໄດ້ຖືໄມ້ຄ້ອນຍາວປະມານ 1,20 ຊັງຕີແມັດ ນັ່ງລີ້ຢູ່ປ່າແຄມທາງຂອບເຂດບ້ານ ດົງໃຫຍ່ ແລ້ວເຫັນທັງສອງຂັບລົດຈັກມາ ພໍລົດຈັກແລ່ນມາໃກ້ຈະຮອດຕົນ ອີກປະມານ 10 ແມັດ ຕົນຈຶ່ງແກວ່ງ

    ໄມ້ຄ້ອນໃສ່ຄົນຂັບລົດຖືກບໍລິເວນໜ້າເອິກ ເຮັດໃຫ້ລົດຈັກເສຍຫລັກລົ້ມລົງ ຜູ້ຂັບນອນໝົດສະຕິ ສ່ວນຜູ້ຊ້ອນທ້າຍແລ່ນປົບໜີເຂົ້າປ່າ ຈາກນັ້ນຕົນຈຶ່ງຂັບລົດຈັກອອກໄປຈາກຈຸດເກີດເຫດ ແລ້ວນຳເອົາລົດໄປຂາຍໄປໄວໜຸ່ມຄົນຫວຽດນາມ ໃນລາຄາ 4 ລ້ານດົງ, ຫລັງຈາກໄດ້ເງິນມາແລ້ວກໍເອົາມາໃຊ້ຈ່າຍໃນຊີວິດປະຈຳວັນ ແລະ ຊື້ຢາບ້າມາເສບ ຈົນມາຮອດວັນທີ 11 ຕຸລາ 2022 ຈຶ່ງຖືກເຈົ້າໜ້າທີ່ນຳຕົວ ພ້ອມຂອງກາງ ມາດຳເນີນຄະດີຕາມລະບຽບກົດໝາຍ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.