ພາຍໃນປີ 2022 ທີ່ຜ່ານມາ ແຂວງເຊກອງ ໃຫ້ອະໄພຍະໂທດ ນັກໂທດ 10 ຄົນ ທີ່ມີຄວາມກ້າວໜ້າປະພຶດດີ

    0
    52

    ວັນທີ 16 ມັງກອນ 2023 ນີ້, ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງແຂວງເຊກອງ ໄດ້ຈັດພິທີປະກາດອະໄພຍະໂທດ, ຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2022 ຈຳນວນ 10 ຄົນ, ໂດຍເຂົ້າຮ່ວມຂອງ ທ່ານ ຄໍາບາງ ພະສະແຫວງ ປະທານອົງການໄອຍະການປະຊາຊົນແຂວງ, ຮອງປະທານຄະນະກໍາມະການອະໄພຍະໂທດຂັ້ນແຂວງ, ມີທ່ານ ຄໍາບານ ພົມມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ພ້ອມດ້ວຍບັນດາຄະນະກໍາມະການອະໄພຍະໂທດຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ນາງ ແກ້ວອຸດອນ ເຜິ້ງແກ້ວມະນີ ຫົວໜ້າຂະແໜງຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນແຂວງ ໃຫ້ຮູ້ວ່າ: ຜູ້ທີ່ໄດ້ຮັບອະໄພຍະໂທດ ຫລຸດຜ່ອນໂທດ, ອະໄພຍະໂທດ ປ່ອຍຕົວ ທັງໝົດຈຳນວນ 10 ຄົນ, ໃນນັ້ນຫລຸດຜ່ອນໂທດຈາກຂໍ້ຫາຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ 5 ຄົນ, ຂໍ້

    ຫາທົ່ວໄປ 1 ຄົນ ແລະ ຜູ້ທີ່ໄດ້ຮັບອະໄພຍະໂທດ ປ່ອຍຕົວຈາກຂໍ້ຫາຄ້າຂາຍຢາເສບຕິດ 4 ຄົນ; ເຊິ່ງບຸກຄົນດັ່ງກ່າວແມ່ນມີຄວາມກ້າວໜ້າປະພຶດດີ ຈຶ່ງມີການໃຫ້ອະໄພຍະໂທດ ຕໍ່ບຸກຄົນທີ່ຫລົງໄຫລກະທຳຜິດ, ມີຄວາມຮູ້ສຶກກິນແໜງແຄງໃຈ ຕໍ່ການກະທຳຜິດຂອງຕົນ ແລະ ມີຄວາມຈິງໃຈໃຊ້ແທນຄ່າເສຍຫາຍ, ຄ່າປັບໃໝຕາມຄຳຕັດສິນຂອງສານ.

    ໂອກາດນີ້, ທ່ານ ຄໍາບາງ ພະສະແຫວງ  ໄດ້ມອບໃບຢັ້ງຢືນອະໄພຍະໂທດ ຜ່ອນໂທດ ແລະ ປ່ອຍຕົວ ໃຫ້ແກ່ນັກໂທດດັ່ງກ່າວ, ພ້ອມທັງໄດ້ເນັ້ນໃຫ້ນັກໂທດແຕ່ລະຄົນຈົ່ງສືບຕໍ່ເປັນເຈົ້າການຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນຄົນດີ, ສືບຕໍ່ປະຕິບັດກົດລະບຽບຂອງຄ້າຍຄຸມຂັງ ແລະ ລະບຽບກົດໝາຍຂັງພັກ-ລັດ ວາງອອກຢ່າງເຂັ້ມງວດ ເພື່ອ

    ສ້າງຕົນເອງໃຫ້ກາຍເປັນພົນລະເມືອງດີ, ມີຄວາມກ້າວໜ້າ ເພື່ອໃຫ້ໄດ້ຮັບນະໂຍບາຍການອະໄພຍະໂທດຈາກພັກ ແລະລັດຖະບານຕື່ມອີກໃນປີຕໍ່ໄປ, ສໍາລັບນັກໂທດ ຜູ້ທີ່ໄດ້ຮັບອະໄພຍະໂທດປ່ອຍຕົວພາຍຫລັງຫລຸດພົ້ນໂທດ ແລະ ຖືກປ່ອຍຕົວແລ້ວ ຈົ່ງປະປະຕິບັດຕົນໃຫ້ກາຍເປັນຄົນດີ, ຫ້າມໄປເຄື່ອນໄຫວສິ່ງທີ່ບໍ່ດີທີ່ຜິດຕໍ່ລະບຽບກົດໝາຍບ້ານເມືອງ, ຕັ້ງໜ້າກອບສ່ວນເຂົ້າຮ່ວມຂະບວນການພັດທະນາຕົນເອງ, ຄອບຄົວ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸງເຮື່ອງສີວິໄລ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.