ກົດໄລ້ກົດແຊຣ໌ ດວງລາຍວັນປະຈຳວັນທີ 18 ມັງກອນ 2023 ການງານ ການເງິນ ຄວາມຮັກ

    0
    172

    ຄົນເກີດວັນອາທິດ:ການ​ງານເຮັດວຽກ​ເມື່ອຍ​ ແລະ ​ຜົນ​ຕອບ​ແທນ​ບໍ່​ຄ່ອຍ​ຄຸ້ມ​ຄ່າ​​ປານໃດ ແຕ່​ຈະ​ໄດ້​ຜົນຕອບຮັບທີ່ດີ ການ​ເງິນຫາ​ເງິນ​ໄດ້​ຢ່າງ​ຕໍ່​ເນື່ອງ ແລະ​ ມີ​ຜູ້ໃຫຍ່​ໃຫ້​ການ​ອຸປະຖຳ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກໄລຍະນີ້​ຄວາມ​ຮັກ​ໂດດ​ເດັ່ນ ມີ​ໂອ​ກາດ​ພົບ​ຮັກ​ແບບ​​ບໍ່​ທັນຕັ້ງໂຕກໍ​ເປັນ​ໄປ​ໄດ້ ເຄື່ອງມຸງຄຸນເພັດສີບົວ ສີມຸງຄຸນ​ສີນໍ້າຕານ ເລກ​ນຳ​ໂຊກ​1

    ຄົນເກີດວັນຈັນ:ການ​ງານ​ຈະ​ພົບ​ອຸປະສັກ​ທາງ​ດ້ານ​ການ​ງານ​ແຕ່​ຈະ​ໄດ້​ຜົນ​​ທີ່​ດີ ຫຼື​ໄດ້​ຜົນ​ກຳ​ໄລຫຼາຍ​ຂຶ້ນ ການ​ເງິນຈະ​ພົບ​ເລື່ອງ​ທີ່​ເຮັດໃຫ້​ຕ້ອງ​ເສຍ​ເງິນ​ຕະຫຼອດ​ໃນ​ໄລຍະນີ້ ບໍ່​ສາມາດ​ວາງ​ແຜນ​ການ​ໃຊ້​ຈ່າຍ​ໄດ້ ຄວາມ​ຮັກຈະ​ພົບ​ເລື່ອງ​ຄວາມ​ຮັກ​ທີ່​ມີ​ບັນຫາ ເກີດ​ສະຖານະການ​ຮັກ​ຊ້ອນ​ກໍ​ເປັນ​ໄປ​ໄດ້ ເຄື່ອງມຸງຄຸນ​ເພັດສີແດງ ສີມຸງຄຸນສີເທົາ
    ເລກ​ນຳ​ໂຊກ​5

    ຄົນເກີດວັນອັງຄານ:ການ​ງານການ​ເຈລະ​ຈາ​ຕໍ່​ລອງ​ເກີດ​ຄວາມ​ສຳ​ເລັດ ປະ​ສົບ​ຄວາມ​ກ້າວ​ໜ້າ ການ​ເງິນຈະ​ສາມາດ​ຫາ​ເງິນ​ໄດ້​ຢ່າງ​ຕໍ່​ເນື່ອງ ແລະ ​ເກີດ​ຄວາມ​ໂຊ​ກດີ​ສະເໝີ ຄວາມ​ຮັກ​  ຈະ​ພົບ​ຄົນ​ຮັກ​ທີ່​ມີ​ເກນ​ອາ​ຍຸ​ນ້ອຍ​ກວ່າ ພົບ​ກັນ​ຈາກ​ການ​ເຮັດ​ວຽກງານ​ກໍ​ເປັນ​ໄປ​ໄດ້ ເຄື່ອງມຸງຄຸນ​​ຫິນນໍາໂຊກສີບົວ ສີມຸງຄຸນສີເຫຼືອງ ເລກ​ນຳ​ໂຊກ​9

    ຄົນເກີດວັນພຸດ:ການ​ງານເຮັດ​ທຸລະກິດ​ຫຍັງ​ກໍ​ຈະ​ພົບ​ຄວາມ​ເລັ່ງ​ຮີບ ແຕ່​ກໍ​ສາມາດ​ປະ​ສົບ​ຄວາມ​ສຳ​ເລັດ​ທີ່​ດີ​ໄດ້ ການ​ເງິນເບິ່ງ​ຄືຈະ​ຢາກ​ໄດ້​ສິ່ງ​ຂອງ​ບາງຢ່າງ ແຕ່​ກໍ​ພະຍາຍາມ​ຕັດ​ໃຈ​ເພາະ​ຢາກ​ຈະ​ປະ​ຢັດຫຼາຍກວ່າ ຄວາມ​ຮັກໃນ​ໄລຍະນີ້​ຈະ​ພົບ​ສະຖານະການ​ຮັກ​ຊ້ອນ​ກໍ​ເປັນ​ໄປ​ໄດ້ ເຄື່ອງມຸງຄຸນ​​ຄໍາ ສີມຸງຄຸນ ສີຂາວ ເລກ​ນຳ​ໂຊກ​9

    ຄົນເກີດວັນພະຫັດ:ການ​ງານເຮັດວຽກ​ໃດ​ໆ ກໍ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ດີ​ຂຶ້ນ​ຢ່າງ​ທີ່​ຕົນເອງ​ນັ້ນ​ຄາດ​ຫວັງ ການ​ເງິນພະຍາຍາມ​ຫາ​ເລື່ອງ​ໃຊ້​ເງິນ ເພາະ​ຕົນເອງ​ນັ້ນ​ສາມາດ​ຫາ​ເງິນ​ເຂົ້າ​ມາ​ເພີ່ມ​ໄດ້​ເລື້ອຍ​ໆ ຄວາມ​ຮັກ​ມີ​ໂອ​ກາດ​ສ້າງ​ຄວາມ​ສຳພັນ​ອັນ​ດີ​ກັບ​ຄົນ​ຮັກ​ໃນ​ໄລຍະນີ້​ກໍ​ເປັນ​ໄປ​ໄດ້ ເຄື່ອງມຸງຄຸນ​ຄໍາ ສີມຸງຄຸນສີ​ດໍາ ເລກ​ນຳ​ໂຊກ​5

    ຄົນເກີດວັນສຸກ:ການ​ງານການ​ຕິດ​ຕໍ່​ງານ​ພົບ​ອຸປະສັກ​ ແຕ່​ກໍ​ຈະ​ພົບ​ຄວາມ​ສຳ​ເລັດ​ທີ່​ດີ​ຕາມ​ມາ ການ​ເງິນຫາ​ເງິນ​ໄດ້​ຈາກການລົງທຶນ​ກິດຈະການ​ຊຶ່ງ​ນຳ​ພາ​ຕົນ​ໄປ​ສູ່​ຄວາມ​ຮັ່ງມີ ຄວາມ​ຮັກຍັງ​ບໍ່​ລົງ​ຕົວ​ໃນ​ເລື່ອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ ເພາະ​ເລື່ອງ​ຂອງ​ອາລົມ​ ແລະ ​ຄວາມ​ໃຈ​ຮ້ອນ ເຄື່ອງມຸງຄຸນ​​ໄຂ່ມຸກ ສີມຸງຄຸນສີ​ຟ້າ ເລກ​ນຳ​ໂຊກ​9

    ຄົນເກີດວັນເສົາ:ການ​ງານຄວນ​ເຮັດ​ທຸລະ​ກິດຈະການ​ທີ່​ລົງ​ທຶນ​ຕ່ຳ ແຕ່​ໄດ້​ກຳ​ໄລງາມ​ຈຶ່ງ​ຈະ​ດີ ການ​ເງິນຈະ​ໄດ້​ເງິນ​ຈາກ​ງານ​ພິເສດ​ເຂົ້າ​ມາ​ຈຳນວນ​ໜຶ່ງ​ໃນ​ໄລຍະນີ້ ຄວາມ​ຮັກຈະ​ຫາ​ໃຜ​ບາງ​ຄົົນທີ່​ຈະ​ເຂົ້າ​ມາ​ຊ່ວຍ​ກັນ​ເຮັດ​ມາ​ຫາ​ກິນຫຼາຍກວ່າ ເຄື່ອງມຸງຄຸນ​ຫິນນໍາໂຊກສີແດງ ສີມຸງຄຸນສີເທົາ ເລກ​ນຳ​ໂຊກ​8

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.