ເກີດເຫດ ລົດໃຫ່ຍຕຳກັບລົດຈັກ ເຮັດໃຫ້ມີຜູ້ເສຍຊີວີດຄາທີ່ ຈຳນວນ 2 ຄົນ

    0
    638

    ເສຍໃຈນຳເຫດການຄັ້ງນີ້! ບໍ່ວ່າຕອນກາງເວັນ ຫຼື ຕອນກາງຄືນ ກໍຕ້ອງໄດ້ລະມັດລະວັງໃນການຂັບຂີ່.ເກີດເຫດລົດຈັກປະທະລົດໃຫຍ່ ໃນຕອນເຊົ້າເວລາ 08:46 ຂອງ ວັນທີ19/01/2023, ຈຸດເກີດເຫດ: ບ້ານຄັນແຍງ ເມືອງໂພນທອງ ແຂວງຈໍາປາສັກ ເຊິ່ງໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ1623 ຈາກປະຊາຊົນວ່າມີອຸປະຕິເຫດ, ໜ່ວຍກູ້ໄພອອກກວດສອບເຫດໄດ້ພົບຜູ້ເສຍຊີວີດຈຳນວນ 02 ຊາຍ ຍິງ,

    1 ເພດຊາຍ ອາຍຸ24ປີ ອາຊິບ ກ/ກ, ປັດຈຸບັນຢູ່ ບ້ານ ຫ້ວຍຊອຍ ເມືອງປາກຊ່ອງແຂວງຈຳປາສັກ, ອາການເບື້ອງຕົ້ນ: ມີບາດແຜເປີດໃຫຍ່ຢູ່ໃບຫນ້າເບື້ອງຂົວແລະກະທົບຫົວ(ເສຍຊີວິດຄາທີ່)

    2 ເພດຍິງ ອາຍຸ 22 ອາຊີບກ/ກ, ປະຈຸບັນຢູ່ ບ້ານຫ້ວຍຊອຍ ເມືອງປາກຊ່ອງ ແຂວງຈຳປາສັກ, ອາການເບື້ອງຕົ້ນ:ມີບາດແຜເປີດໃຫຍ່ຢູ່ຂາເບື້ອງຊ້າຍ ແລະ ກະທົບຄໍ (ເສຍຊີວິດຄາທີ່)

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.