ວັນທີ 19 ມັງກອນ 2023, ພະແນກຕໍາຫຼວດ ປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນະຄອນຫລວງວຽງຈັນ ສົມທົບກັບ ພະແນກຕໍາຫຼວດ ສິ່ງແວດລ້ອມ, ພະແນກອຸດສະຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ທໍາລາຍໝາກກະໂພກ, ບັ້ງໄຟພຸ ມີນໍ້າໜັກ 651 ກິໂລກຣາມ ຢູ່ເຂດບ້ານຈໍາປາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
ທ່ານ ພັທ ສົມຈິດ ຟອງສະຫວັນ ໃຫ້ຮູ້ວ່າ: ພາຍຫຼັງເຈົ້າຄອງ ນະຄອນຫລວງວຽງຈັນ ໄດ້ອອກຄໍາສັ່ງເລກທີ 01/ຈນວ ລົງວັນທີ 16 ມັງກອນ 2023, ວ່າດ້ວຍການເພີ່ມທະວີ ຈັດຕັ້ງປະຕິບັດການຫ້າມຜະລິດ, ນໍາເຂົ້າ, ສົ່ງອອກ, ຊື້-ຂາຍ, ມີໄວ້ໃນຄອບຄອງ, ຈູດ ຫຼື ຍິງໝາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ກໍ່ສຽງແຕກໃນ
ຕົວເມືອງ, ຊານເມືອງ , ພະແນກຕໍາຫຼວດປ້ອງກັນເສດຖະກິດ ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງກວດກາ ແລະ ແກ້ໄຂ ຊາວຄ້າຂາຍຢູ່ເຂດເມືອງໄຊເສດຖາ, ເມືອງຈັນທະບູລີ, ເມືອງສີສັດຕະນາກ, ເມືອງສີໂຄດຕະບອງ ແລະ ເມືອງໄຊທານີ ພົບເຫັນໝາກກະໂພກ ແລະ ບັ້ງໄຟພຸ ຈໍານວນ 651 ກິໂລກຣາມ ຈຶ່ງໄດ້ຢຶດ ແລ້ວນໍາມາທໍາລາຍຖີ້ມ ເພື່ອເຮັດໃຫ້ໄລຍະສະເຫຼີມສະຫຼອງປີໃໝ່ຂອງຊາວຈີນ ແລະ ຊາວຫວຽດນາມ ມີຄວາມສະຫງົບ ເຮັດໃຫ້ສຽງແຕກສຽງດັງ ເນື່ອງນັນຢູ່ໃນ ນະຄອນຫລວງວຽງຈັນ ຫຼຸດໜ້ອຍຖອຍລົງ.