ວັນທີ 19 ມັງກອນ 2023 ຢູ່ທີ່ຫ້ອງການ ປກສ ກຸ່ມບ້ານ ສຸວັນນະພູມ ເມືອງປາກລາຍ ແຂວງໄຊຍະບູລີ ສົມທົບກັບກອງຕຳຫຼວດຈະລາຈອນ ປກສ ເມືອງປາກລາຍ ໄດ້ສຶກສາອົບຮົມ, ເຮັດບົດບັນທຶກ ຕໍ່ຜູ້ລະເມີດ ກົດລະບຽບ ຈະລາຈອນ ທາງບົກ ຢູ່ເຂດລ້ອງນໍ້າພູນ.
ພັນຕີ ຄຳເຫຼັກ ສິດທະວົງ ຮອງຫົວໜ້າ ປກສ ກຸ່ມບ້ານສຸວັນນະພູມ ໄດ້ຂຶ້ນຜ່ານ ບົດລາຍງານ ຜົນຂອງການຈັດຕັ້ງປະຕິບັດ ລົງເກັບກຳຕິດຕາມກວດກາຕົວຈິງ ໄດ້ກວດພົບເຫັນລົດຈັກຂອງນັກຮຽນ ດັດແປງສະພາບເຕັກນິກລົດ, ແຕ່ງຢາງນ້ອຍ, ລໍ້ເຫຼດ, ດັດແປງທໍ່ອາຍເສຍ, ບໍ່ມີເອກະສານ, ລວມມີລົດຈັກຈຳນວນ 20 ຄັນ,ຈຶ່ງກັກໄວ້
ຊົ່ວຄາວຢູ່ຫ້ອງການກຸ່ມບ້ານ, ລໍຖ້າການແກ້ໄຂຕາມລະລະບຽບການ, ພ້ອມທັງ ສ້າງບົດບັນທຶກສຶກສາອົບຮົມກ່າວເຕືອນ ໂດຍຊ່ອງໜ້າພໍ່ແມ່ຜູ້ປົກຄອງ ແລະ ເຈົ້າໜ້າທີ່, ໂດຍໃຫ້ເຈົ້າຂອງລົດ ແລະ ຜູ້ຂັບຂີ່ຂຽນຄຳປະຕິຍານຂອງຕົນເອງ, ຖ້າມີການລະເມີດອີກແມ່ນໃຫ້ຄູນສອງຂອງມູນຄ່າການປັບໃໝ, ພາຍຫຼັງສ້າງບົດບັນທຶກແລ້ວເຈົ້າຂອງລົດຈະຕ້ອງໄດ້ປ່ຽນຖ່າຍຊິ້ນສ່ວນລົດທີ່ດັດແປງໃຫ້ຖືກຕາມສະພາບເຕັກນິກລົດປົກກະຕິຈຶ່ງສາມາດເອົາລົດກັບບ້ານໄດ້, ຊິ້ນສ່ວນທີ່ເຈົ້າໜ້າທີ່ຢຶດໄວ້ ແມ່ນຈະໄດ້ມາທຳລາຍຖີ້ມ.
ໃນໂອກາດດັ່ງກ່າວ ທ່ານ ໄພລັດ ສີວິໄລ ຮອງຫົວໜ້າ ຫ້ອງການ ສຶກສາທິການ ແລະ ກິລາ ເມືອງປາກລາຍ ໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະ ຮຽກຮ້ອງມາຍັງ ຜູ້ປົກຄອງພໍ່ແມ່ນັກຮຽນ ແລະ ລູກຫຼານຂອງຕົນເອງ, ຕ້ອງເອົາໃຈໃສ່ໃນການສຶກສາ ອົບຮົມ ຂອງຄູ-ອາຈານ, ເອົາໃຈໃສ່ຕັ້ງໃຈຮໍ່າຮຽນ, ບໍ່ໃຫ້ຂັບຂີ່ໄວເກີນຂອບເຂດ, ຫ້າມໃຊ້ສຽງເນືອງນັນລົບກວນຄົນອື່ນ, ທັງເປັນເຈົ້າການຮັກສາ ຄວາມບໍ່ສະຫງົບ ແລະ ຄວາມເປັນລະບຽບຮ້ອຍໃນສັງຄົມ.