ປກສ ນະຄອນໄກສອນ ກັກຕົວ ແລະ ສຶກສາອົບຮົມກຸ່ມໄວໜຸ່ມປາຕີ້ມົ້ວສຸມຢ າ ເ ສ ບ ຕິ ດ ກາເຟມ່ວນ 13 ຄົນ

    0
    100

    ວັນທີ 19 ມັງກອນ 2023 ຜ່ານມາ ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນຕ້ານ ຢາເສບຕິດ ປກສ ນະຄອນໄກສອນພົມວິຫານ ສົມທົບກັບອຳນາດການປົກຄອງບ້ານໂພນສະຫວ່າງເໜືອ ເຈົ້າໜ້າທີ່ ປກສ ກຸ່ມບ້ານທີ 4 ແລະ ອົງການໄອຍະການປະຊາຊົນ ເຂດ 1 ໄດ້ກວດຄົ້ນເຄຫະສະຖານ ຫ້ອງຄາຣາໂອເກະ ທີ່ເປົ້າໝາຍມົ້ວສຸມປາຕີ້ ຢາເສບຕິດ ຢູ່ເຮືອນພັກ ແຫ່ງໜຶ່ງຈຳນວນ 13 ຄົນ ຍິງ 3 ຄົນ.

    ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ ພົບເຫັນ ຊອງກາເຟມ່ວນທີ່ໄຂກິນແລ້ວ ຈຳນວນ 2 ຊອງ, ຊອງຢາເຄ ທີ່ສູບ-ດົມແລ້ວ 4 ຊອງ ,ຢາສູບໄຟຟ້າ 19 ອັນ ເງິນກີບ ຈຳນວນ 6,137,000 ກີບ, ໂທລະສັບ 12 ໜ່ວຍ, ລົດຈັກ 3 ຄັນ, ລົດໃຫຍ່ 3 ຄັນ ພ້ອມເຄື່ອງສຽງຈຳນວນໜຶ່ງ.

    ດັ່ງນັ້ນເຈົ້າໜ້າທີ່ຈຶ່ງກັກຕົວຜູ້ຖືກຫາ 13 ຄົນ ແລະ ຂອງກາງ ມາກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ພ້ອມ ສຶກສາອົບຮົມ-ກ່າວເຕືອນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.