ແຈ້ງການ ສາລະວັນສັ່ງເດັດຂາດ ຫ້າມບໍລິການສັງວຽນຕີໄກ່ ໃຜຝ່າຝືນລະວັງຮັບໂທດ

    0
    70

    ແຈ້ງການ ເລື່ອງ: ຫ້າມໃຫ້ບໍລິການສັງວຽງໄກ່ຕີ ທົ່ວແຂວງສາລະວັນ ຮອງເຈົ້າແຂວງສາລະວັນ(ປະທານສະມາຄົມກິລາ-ກາຍຍະກຳແຂວງ) ອອກແຈ້ງການ:

    1. ຫ້າມຜູ້ປະກອບການສັງວຽນໄກ່ຕີ ໃຫ້ບໍລິການ ໃນທົ່ວແຂວງສາລະວັນ (ທັງທີ່ອະນຸຍາດ ແລະ ບໍ່ອະນຸຍາດ) ເລີ້ມຈັດຕັ້ງປະຕິບັດ ນັບແຕ່ວັນທີ 1 ກຸມພາ 2023 ເປັນຕົ້ນໄປ

    2. ຖ້າຫາກບຸກຄົນ ນິຕິບຸກຄົນໃດ ຫາກລະເມີດແຈ້ງການສະບັບນີ້ ມອບໃຫ້ເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງກ່າວຕັກເຕືອນ ເຮັດບົດບັນທຶກສຶກສາອົບຮົມຜູ້ກ່ຽວ ຫາກຍັງຝ່າຝືນແມ່ນໃຫ້ດຳເນີນການປັບໃໝ ແລະປະຕິບັດຕາມລະບຽບຢ່າງເຂັ້ມງວດ

    3. ການຈັດຕັ້ງປະຕິບັດ ມອບໃຫ້ອົງການປົກຄອງເມືອງ ປະສານສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ແຕ່ງຕັ້ງຄະນະກຳມະການຕິດຕາມ. ກວດກາ. ຢ່າງເປັນປົກກະຕິແລະຕໍ່ເນື່ອງ.ມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ເປັນໃຈກາງຕິດຕາມສັງລວມລາຍງານ ມາຍັງຂັ້ນເທິງຮັບຊາບການຈັດຕັ້ງປະຕິບັດ ດັ່ງນັ້ນຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດດ້ວຍ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.