ລາວ ໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກກຸ່ມເອ

    0
    84

    ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 WOMEN’S ASIAN CUP 2024 ROUND 1 ແຂ່ງຂັນໃນລະຫວ່າງວັນທີ 8-12 ມີນາ 2023, ໂດຍທີມຊາດລາວເຮົາ ຢູ່ກຸ່ມ ເອ ຮ່ວມກັບທີມຊາດສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟີລິບປິນ.

    ອີງຕາມຂໍ້ມູນຈາກສະ​ຫະ​ພັນ​ບານ​ເຕະແຫ່ງຊາດລາວ ໃຫ້ຮູ້ວ່າ: ຕາຕະລາງການແຂ່ງຂັນ ທີມຊາດລາວ ມີດັ່ງນີ້: ວັນທີ 8​ ມີນາ​ 2023 ເວລາ 19:30 ທີມຊາດລາວ ພົບກັບ ເຂດປົກຄອງພິເສດຮົງກົງ, ວັນທີ 10​ ມີນາ​  2023 ເວລາ 19:30 ທີມຊາດລາວ ພົບກັບ ຟີລິບປິນ ແລະ ວັນທີ 12​ ມີນາ​ 2023 ເວລາ 19:30 ທີມຊາດລາວ ພົບກັບ ສປຈີນ, ຊຶ່ງທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16.

    ສໍາລັບ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ມີທັງໝົດ 31 ທີມເຂົ້າຮ່ວມ ໂດຍໄດ້ແບ່ງອອກເປັນ 7 ກຸ່ມ, ຊຶ່ງອັນດັບ 1 ແລະ ອັນດັບ 2 ຂອງແຕ່ລະກຸ່ມແມ່ນຈະໄດ້ຜ່ານເຂົ້າຮອບ ຕໍ່ໄປ. ສໍາລັບ ນັດຊິງຊະນະເລີດລາຍການດັ່ງກ່າວ ຈະຈັດຂຶ້ນ ທີ່ປະເທດອຸສະເບກິສຖານ ໃນປີ 2024.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.