ໜາວອີກຮອບ ອຸຕຸ​ເຕືອນ 25​-29​ ມັງກອນອຸນຫະພູມຢູ່ແຕ່ລະພາກຈະຫຼຸດລົງ​ 1-3​ ອົງສາ​

    0
    113

    ກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດ​ ຄາດຄະເນສະພາບອາກາດ ໃນໄລຍະ ວັນທີ 23 ຫາ 29 ມັງກອນ 2023​ ວ່າ: ໄລຍະວັນທີ 23 ຫາ 24 ມັງກອນນີ້​ ຄວາມກົດດັນສູງຂອງອາກາດໜາວເຢັນຈະອ່ອນກໍາລັງລົງປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກ-ຕາເວັນອອກສຽງເໜືອ ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດອຸ່ນຂື້ນຢູ່ແຂວງພາກກາງ ແລະ ພາກໃຕ້, ແຕ່ສະພາບອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ.

    ຈາກນັ້ນວັນທີ 25 ຫາ 29 ມັງກອນ 2023 ມວນອາກາດເຢັນທີ່ປະເທດຈີນຈະມີກໍາລັງແຮງ ພັດມາປົກຄຸມຢູ່ທຸກພາກຂອງປະເທດລາວອີກເທື່ອໃໝ່, ສົມທົບກັບກະແສລົມຕາເວັນອອກສຽງເໜືອພັດປົກຄຸມດ້ວຍກໍາລັງປານກາງ, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນ ຫາ ໜາວເຢັນລົງ 1 ຫາ 3 ອົງສາ ຢູ່ທົ່ວໄປຢູ່ໃນແຕ່ລະພາກ ແລະ ອາກາດຈະໜາວເຢັນ ຫາ​ ໜາວເຢັນຫຼາຍຢູ່ແຂວງພາກເໜືອ​ ແຂວງ​ໄຊສົມບູນ​ ແລະ​ ເຂດ​ພູ​ພຽງ​ບໍລະເວນ​ ພ້ອມມີໝອກປົກຫຸ້ມໃນຕອນເຊົ້າ​ ແລະ​ ຈະມີຝົນຕົກໃນລະດັບຄ່ອຍ​ຢູ່ບາງ​ທ້ອງຖິ່ນ​ແຂວງ​ພາກເໜືອ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.