ແຂວງຈຳປາສັກ ແລະ ກຳປູເຈຍ ເຫັນດີສືບຕໍ່ຮ່ວມມືຫລາຍດ້ານ ໂດຍສະເພາະວຽກງານຊາຍແດນ

    0
    48

    ແຫລ່ງຂ່າວຈາກແຂວງຈໍາປາສັກ ລາຍງານວ່າ: ກອງປະຊຸມວ່າດ້ວຍການຮ່ວມມື ຄັ້ງທີ IX ລະຫວ່າງ ແຂວງຈຳປາສັກ ສປປ ລາວ ກັບ ແຂວງ ເປຣະວີເຮຍ ຣາຊະອານາຈັກກຳປູເຈຍ ໃນວັນທີ 23 ມັງກອນ 2023 ທີ່ແຂວງຈຳປາສັກໂດຍການເປັນປະທານຮ່ວມຂອງທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ແລະ ທ່ານ ກິມ

    ເຣີດທິ ເຈົ້າແຂວງເປຣະວິເຮຍ ແລະ ມີກົງສຸນໃຫ່ຍແຫ່ງຣາຊະອານາຈັກກໍາປູເຈຍປະຈຳ ນະຄອນປາກເຊ, ກົງສຸນໃຫຍ່ແຫ່ງສປປ ລາວ ປະຈໍາແຂວງຊຽງແຕງ ພ້ອມດ້ວຍຄະນະຜູ້ແທນສອງຝ່າຍເຂົ້າຮ່ວມນັ້ນ ໄດ້ເປັນສັນຍະລັກແຫ່ງການພົວພັນຮ່ວມມືທີ່ມີມາແຕ່ດົນນານລະຫວ່າງສອງແຂວງທັງຍັງສະແດງໃຫ້ເຫັນເຖິງການຮ່ວມມືທີ່ເຂົ້າອົກເຂົ້າໃຈ

    ກັນ ເພື່ອຮ່ວມແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຕາມຊາຍແດນ ເຮັດໃຫ້ບໍລິເວນຊາຍແດນສ່ວນໃຫຍ່ມີຄວາມສະຫງົບດີຂຶ້ນ, ປະກອບສ່ວນເຮັດໃຫ້ບັນຍາກາດການພົວພັນຮ່ວມມືລະຫວ່າງສອງປະເທດ ແລະ ສອງແຂວງໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ.

    ໃນກອງປະຊຸມ ໄດ້ທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມວ່າດ້ວຍການຮ່ວມມືຄັ້ງທີ VIII ໃນປີຜ່ານມາ ໂດຍສອງຝ່າຍໄດ້ຕີລາຄາສູງຕໍ່ຜົນງານການຮ່ວມມື ແລະ ເຫັນວ່າກົນໄກການຮ່ວມມືໃນໄລຍະຜ່ານມາ ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທຳຫລາຍຂຶ້ນເຮັດໃຫ້ສອງຝ່າຍໄດ້ຮ່ວມກັນແກ້ໄຂບັນຫາຕາມບໍລິເວນ

    ຊາຍແດນໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ. ຂະນະທີ່ໃນບົດບັນທຶກ ວ່າດ້ວຍການຮ່ວມມືຄັ້ງທີ IX ໂດຍສອງແຂວງເປັນເອກະພາບສືບຕໍ່ຈັດຕັ້ງປະຕິບັດການຮ່ວມມືດ້ານຕ່າງໆ ເຊັ່ນ: ການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ ໄດ້ເປັນເອກະພາບປະຕິບັດຕາມບົດບັນທຶກວ່າດ້ວຍການ

    ຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ກັບ ກະຊວງພາຍໃນຣາຊະອານາຈັກກຳປູເຈຍປະຈຳປີ 2022; ສືບຕໍ່ຮ່ວມມືກັນປ້ອງກັນ, ສະກັດກັ້ນທຸກການເຄື່ອນໄຫວການກໍ່ການຮ້າຍ ແລະ ອາຊະຍາກໍາຂ້າມຊາຍແດນ; ສືບຕໍ່ອໍານວຍຄວາມສະດວກ ແລະ ປ້ອງກັນຄວາມປອດໄພໃຫ້ແກ່ຄະນະຜູ້ແທນ ແລະ ປະຊາຊົນຂອງສອງ

    ປະເທດ; ຮ່ວມມືປ້ອງກັນ ແລະສະກັດ ກັ້ນຢາເສບຕິດຕາມຊາຍແດນ. ສຳລັບການຮ່ວມມືດ້ານເສດຖະກິດ-ສັງຄົມ ເປັນຕົ້ນວຽກງານໂຍທາທິການ ແລະ ຂົນສົ່ງ, ກະສິກໍາ ແລະ ນໍ້າ ສອງຝ່າຍເອກະພາບສະກັດກັ້ນ ແລະ ປາບປາມຜູ້ລະເມີດທີ່ນໍາໃຊ້ອຸປະກອນທີ່ຜິດກົດໝາຍຫາປາ ແລະ ສັດນໍ້າຕາມລໍາແມ່ນໍ້າຂອງ ແລະ ແມ່ນໍ້າສາຂາຕ່າງໆ,

    ຊຸກຍູ້ໃຫ້ ແລກປ່ຽນລະບົບຂໍ້ມູນການຕະຫລາດຜະລິດຕະພັນກະສິກຳ, ສະກັດກັ້ນການລັກນຳສັດເຂົ້າ-ອອກ, ຜະລິດ ຕະພັນທີ່ມາຈາກສັດ ແລະ ຮ່ວມມືກັນອະນຸລັກສັດປ່າ, ສັດນໍ້າທີ່ໃກ້ຈະສູນພັນ; ວຽກງານພະລັງງານ ແລະ ໄຟຟ້າ ສືບຕໍ່ໂຄງການກໍ່ສ້າງສາຍສົ່ງໄຟຟ້າ 500 KV ເພື່ອເຊື່ອມຕໍ່ແຂວງຊຽງແຕງ ແລະ ແຂວງເປຣະວີເຮຍ, ສະໜັບສະໜູນໃຫ້ລັດວິສາຫະກິດໄຟຟ້າລາວ ແລະ ໄຟຟ້າກໍາປູເຈຍຮ່ວມກັນສຶກສາເພີ່ມປະລິມານ ການສົ່ງພະລັງງານໄຟຟ້າ.

    ນອກນີ້ສອງແຂວງເຫັນດີຮ່ວມມືດ້ານອຸດສາຫະກໍາ ແລະ ການຄ້າ, ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ການສຶກສາ-ກິລາ, ສາທາລະນະສຸກ ແລະ ດ້ານມະນຸດສະທໍາທັງ ເຫັນດີໃຫ້ໜ່ວຍງານກູ້ໄພສອງຝ່າຍປະສານງານກັນໃນກໍລະນີເກີດອຸບັດຕິເຫດ ແລະ ເກີດໄພພິບັດທາງ ທໍາມະຊາດເພື່ອຊ່ວຍເຫລືອກັນ ແລະ ອື່ນໆ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.