ຂ່າວດີ ເຂົ້າຮ່ວມຝຶກອົບຮົມການ ສອນຂັບລົດ 4×4 (ໂຟວິນ) ຝຶກອົບຮົມໂດຍບໍ່ໄດ້ເສຍຄ່າ

    0
    365

    ອີງຕາມການ ແຈ້ງການ ຂອງ ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ພະນັກງານ, ອົງການ, ທະຫານ, ຕໍາຫຼວດ, ພໍ່ຄ້າຊາວຂາຍ, ຊາວຕ່າງປະເທດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ພາຍໃນແຂວງຜົ້ງສາລີ ຊາບທົ່ວເຖີງກັນວ່າ: ບໍລິສັດ ສະປອດມີເດຍ ຈໍາກັດ ມີຈຸດປະສົງ ຝຶກອົບຮົມ

    ການ ສອນຂັບລົດ 4×4 (ໂຟວິນ) ໂດຍມີ 4 ປະເທດເຂົ້າຮ່ວມ: ລາວ, ໄທ, ຫວຽດນາມ ແລະ ຈີນ ສະຖານທີ່ສອນຂັບຂີ່ ແມ່ນຢູ່ເທດສະບານ ແຂວງໃຫມ່ ເມືອງ ບຸນເຫນືອ ເລີ່ມແຕ່ວັນທີ 25 – 29 ມັງກອນ 2023. ທັງນີ້ກໍ່ເພື່ອເຮັດໃຫ້ຜູ້ຂັບຂີ່ລົດດັ່ງກ່າວເຂົ້າໃຈ ແລະ ຮຽນຮູ້ລະບົບ ຂັບຂີ່ລົດ 4×4 ໃຫ້ຖືກຕ້ອງ ແລະ ຖືກວິທີ ພ້ອມ

    ທັງຮັກສາລົດຂອງທ່ານເອງ ໃຫ້ມີການໃຊ້ງານຍາວນານ, ຖຶກຕ້ອງຕາມ ລະບຽບຈາລະຈອນ, ຫຼີກລ່ຽງການເກີດອຸປະຕິເຫດ, ຂັບຂີ່ປອດໄພ ຮັກສາຊັບສົມບັດຂອງຊາດ ແລະ ຂອງສ່ວນຕົວ.

    ການຝຶກອົບຮົມ ຄັ້ງນີ້ບໍລິສັດຈະມີໃບຢັ້ງຢືນໃຫ້, ຄ່າຝຶກອົບຮົມແມ່ນບໍ່ໄດ້ເສຍຄ່າ ແຕ່ດ້ານພາຫະນະ, ນໍ້າມັນລົດ, ອັດຕາກິນ, ຄ່າພັກເຊົາແມ່ນກຸ້ມຕົນເອງ. ທ່ານໃດທີ່ມີຄວາມສົນໃຈ ແມ່ນສາມາດຕິດຕໍ່ພົວພັນນໍາຜູ້ຮັບຜິດຊອບໄດ້ ເບີ ໂທ: 020 58995565, ລາຍລະອຽດມີວາລະຕິດຄັດມາພ້ອມນີ້.

    ຫມາຍເຫດ: ບັນດາພະແນກການ, ອົງການຈັດຕັ້ງມະຫາຊົນ, ອົງການທຽບເທົ່າ ຂັ້ນແຂວງ ແມ່ນໃຫ້ພະນັກງານ ຂັບ ລົດຂອງທ່ານເຂົ້າຮ່ວມການຝຶກອົບຮົມ ສອນຂັບຂີ່ລົດ 4×4 (ໂຟວິນ) ໃນຄັ້ງນີ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.