ຂ່າວດີ ເພີ່ມເງິນອຸດໜູນຄ່າຄອງຊີບໃຫ້ນາຍ ແລະ ພົນທະຫານ ໃນທົ່ວກອງທັບ 150.000 ກີບ/ຄົນ

    0
    58

    ກະຊວງປ້ອງກັນປະເທດ ໄດ້ອອກແຈ້ງການສະບັບເລກທີ 289/ກປທ ລົງວັນທີ 19 ມັງກອນ 2023 ກ່ຽວກັບການຈັດຕັ້ງປະຕິບັດເງິນອຸດໜູນຄ່າຄອງຊີບໃຫ້ນາຍ ແລະ ພົນທະຫານທົ່ວກອງທັບ, ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດການເບີກຈ່າຍເງິນເດືອນຂອງນາຍ ແລະ ພົນທະຫານໃຫ້ມີຄວາມເປັນເອກະພາບໃນທົ່ວກອງທັບກໍຄືໃນຂອບເຂດທົ່ວປະເທດ.ກະຊວງປ້ອງກັນປະເທດ ອອກຄໍາແນະນໍາດັ່ງນີ້:

    1.ເພີ່ມເງິນອຸດໜູນຄ່າຄອງຊີບໃຫ້ນາຍ ແລະ ພົນທະຫານທົ່ວກອງທັບ 150.000 ກີບ/ຄົນ/ເດືອນ ໃຫ້ເລີ່ມຈັດຕັ້ງປະຕິບັດນັບແຕ່ເດືອນ ມັງກອນ 2023 ເປັນຕົ້ນໄປ.

    2.ການເບີກຈ່າຍເງິນອຸດໜູນຄ່າຄອງຊີບ ແມ່ນໃຫ້ຈັດຕັ້ງປະຕິບັດເບີກຈ່າຍໄປກັບເງິນເດືອນໃນແຕ່ລະເດືອນ, ເງິນອຸດໜູນຄ່າຄອງຊີບແມ່ນບໍ່ໃຫ້ຄິດໄລ່ຫັກ-ມອບພັນທະອາກອນ ແລະ ບໍ່ຫັກ 8% ເຂົ້າຄັງປະກັນສັງຄົມ.

    3.ຄະນະພັກ-ຄະນະບັນຊາ, ການເງິນ ກົມກອງກໍາລັງຫລວງ ແລະ ກໍາລັງທ້ອງຖິ່ນຈິ່ງຮັບຮູ້ ແລະ ນໍາພາການເງິນທີ່ຕົນຄຸ້ມຄອງ ເພື່ອຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ພ້ອມທັງ ເຜີຍແຜ່ຄໍາແນະນໍາໃຫ້ນາຍ ແລະ ພົນທະຫານທົ່ວກົມກອງ ຢ່າງເຂັ້ມງວດ.

    4.ມອບໃຫ້ກົມການເງິນ ກະຊວງປ້ອງກັນປະເທດ ຊຸກຍູ້, ແນະນໍາ, ຕິດຕາມກວດກາການຈັດຕັ້ງປະຕິບັດເງິນເພີ່ມອຸດໜູນຄ່າຄອງຊີບຂອງນາຍ ແລະ ພົນທະຫານ ບັນດາກົມກອງກໍາລັງຫລວງ ແລະ ກໍາລັງທ້ອງຖິ່ນ ໃຫ້ ຖືກຕ້ອງ, ເຂັ້ມງວດ ແລະ ໄດ້ຮັບຜົນດີ.
    5.ຄໍາແນະນໍາສະບັບນີ້ມີຜົນສັກສິດ ແລະ ນໍາໃຊ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ,

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.