ວັນທີ 19 ມັງກອນ 2023 ນີ້ ອົງການປົກຄອງເມືອງສາລະວັນອອກແຈ້ງການ ໃຫ້ຢຸດເຊົາ ບໍລິການກິລາສະຫນຸກເກີ້ໃນທົ່ວເມືອງສາລະວັນ, ໄລຍະຜ່ານມາ ອົງການປົກຄອງ ເມືອງໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານກິລາກາຍະກໍາ ແລະ ໄດ້ບັນຈຸເຂົ້າໃນຫຼັກການຈັດການຮຽນ-ການສອນ ຍ້ອນວ່າ ໄດ້ມີການສົ່ງເສີມດ້ານການກິລາໃຫ້ກາຍເປັນຂອງທົ່ວປວງ
ຊົນ ເພື່ອເຮັດໃຫ້ເຍົາວະຊົນ, ຊາວໜຸ່ມໃນທົ່ວສັງຄົມມີສຸຂະພາບແຂງແຮງ, ແຕ່ກິລາປະເພດສະນຸກເກີ້ ໂດຍສະເພາະແມ່ນຮ້ານສະນຸກເກີ້ທົ່ວໄປເຫັນວ່າມີລັກສະນະຫຼໍ່ແຫຼມເຊິ່ງ
ບັນດາຜູ້ປະກອບການໃນທົ່ວເມືອງໄດ້ເປີດບໍລິການກິລາສະນຸກເກີ້ຢ່າງກວ້າງຂວາງ ເຮັດໃຫ້ເປັນແຫຼ່ງມົ້ວສຸມຂອງເຍົາວະ ຊົນ-ຊາວຫນຸ່ມ ແລະ ພະນັກງານລັດທະກອນເກີດມີປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.ສະນັ້ນ, ເພື່ອເຮັດໃຫ້ສັງຄົມມີ ຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ. ເຈົ້າເມືອງໆສາລະວັນຈຶ່ງອອກແຈ້ງການດັ່ງນີ້:
1.ໃຫ້ຜູ້ປະກອບການຢຸດເຊົາໃຫ້ບໍລິການກິລາສະນຸກເກີ້ໃນທົ່ວເມືອງສາລະວັນ (ນັບທັງທີ່ອະນຸຍາດ ແລະ ບໍ່ ອະນຸຍາດ) ເລີ່ມແຕ່ເດືອນມັງກອນ ປີ 2023 ເປັນຕົ້ນໄປ.
2.ຖ້າຫາກບຸກຄົນໃດ, ນິຕິບຸກຄົນໃດຫາກລະເມີດແຈ້ງການສະບັບນີ້ມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຕັກເຕືອນ, ສ້າງບົດ ບັນທຶກກັບຜູ້ກ່ຽວພ້ອມທັງຕິດຕາມ, ແຕ່ຫາກຍັງຝ່າຝືນບໍ່ປະຕິບັດຕາມແຈ້ງການສະບັບນີ້ແລ້ວແມ່ນໃຫ້ເກັບມ້ຽນອຸປະກອນດັ່ງກ່າວດໍາເນີນການປັບໃໝຕາມລະບຽບກົດໝາຍຢ່າງເຂັ້ມງວດ
3.ມອບໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງສາລະວັນສົມທົບກັບເຈົ້າໜ້າທີ່ ປກສ ເມືອງ, ອໍານາດການ ປົກຄອງບ້ານທີ່ມີສ່ວນກ່ຽວຂ້ອງຈັດຕັ້ງເຜີຍແຜ່ແຈ້ງການສະບັບນີ້ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ດັ່ງນັ້ນຈິ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.