ແຂວງຄຳມ່ວນ ປະກາດອະໄພຍະໂທດ-ຫລຸດຜ່ອນໂທດ ແລະ ປ່ອຍໂຕນັກໂທດ 25 ຄົນ ທີ່ປະພຶດຕົວດີ

    0
    63

    ວັນທີ 25 ທັນວາ 2023 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຄໍາມ່ວນ ໄດ້ຈັດພິທີປະກາດອະໄພຍະໂທດ-ຫລຸດຜ່ອນໂທດ ແລະ ປ່ອຍໂຕນັກໂທດ ທັງໝົດ 23 ຄົນ. ໃນ

    ນັ້ນ, ໄດ້ຮັບອະໄພຍະໂທດປ່ອຍຕົວ 5 ຄົນ, ເຊິ່ງນັກໂທດຈໍານວນດັ່ງກ່າວ ແມ່ນບຸກຄົນທີ່ມີຄວາມຕື່ນຕົວເຄົາລົບ, ປະຕິບັດລະບຽບກົດໝາຍ, ວິໃນຂອງຄ້າຍໄດ້ດີ ເປັນຜູ້ທີມີຄວາມບຸກບືນຫ່າວຫັນໃນການປະຕິບັດໜ້າທີ່ວຽກງານຂອງຄ້າຍ, ມີແນວຄິດພຶດຕິກໍາປ່ຽນແປງ ແລະ ກິນແໜງແຄງໃຈຕໍ່ການກະທໍາຜິດຂອງຕົນຜ່ານມາ.

    ພິທີດັ່ງກ່າວ, ໂດຍການເຂົ້າຮ່ວມຂອງ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄໍາມ່ວນ, ທ່ານ ພັອ ຄຳສິງ ນົນທະສອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ ແລະ ມີບັນດາຄະນະກຳມະການອະໄພຍະໂທດຂັ້ນແຂວງ ພ້ອມດ້ວຍຄະນະຮັບຜິດຊອບຄະນະຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ.

    ໂອກາດນີ້, ທ່ານ ຮອງເຈົ້າແຂວງຄໍາມ່ວນ ໄດ້ໂອ້ລົມມີຄຳເຫັນ ແລະ ໄດ້ເນັ້ນນັກໃຫ້ໂທດຕ້ອງປະຕິບັດລະບຽບວິໄນຂອງຄ້າຍຄຸມຂັງ-ດັດສ້າງ ໃຫ້ເຂັ້ມງວດ, ມີຄວາມຕື່ນຕົວບຸກບືນຫ່າວຫັນປະຕິບັດລະບຽບກົດໝາຍປັບປຸງປ່ຽນແປງ ແລະ ພັດທະນາຕົນເອງ; ສ່ວນຜູ້ປົກຄອງ ຫລື ຍາດພີ່ນ້ອງນັກໂທດຕ້ອງສ້າງເງື່ອນໄຂອໍານວຍຄວາມສະດວກໃນ

    ຫລາຍດ້ານ ຕໍ່ກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນການພົວພັນ, ປະສານງານການຕອບສະໜອງຂໍ້ມູນຕ່າງໆໃຫ້ທັນຕາມກໍານົດເວລາ; ພ້ອມກັນນັ້ນ ຄະນະນໍາຄ້າຍຄຸມຂັງຕ້ອງໄດ້ເພີ່ມທະວີສຶກສາອົບຮົມວຽກງານການເມືອງ-ແນວຄິດ, ຄຸນສົມບັດທັດສະນະລັກໝັ້ນ, ຈັນຍາບັນຈັນຍາທໍາ ໃຫ້ແກ່ພະນັກງານໃນຂອບເຂດຄວາມນັບຜິດຊອບຂອງຕົນໃຫ້ເລິກເຊິ່ງເປັນປົກກະຕິ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.