ອຸປະກອນໂທລະຄົມມະນາຄົມ ແລະ ICT ທີ່ຈະນຳເຂົ້າມາລາວ ຕ້ອງຜ່ານການກວດກາ-ຢັ້ງຢືນມາດຕະຖານເຕັກນິກ

    0
    48

    ຫ້ອງການ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ອອກແຈ້ງການເລກທີ 158/ຫກ.ກຄຖ ລົງວັນທີ 23 ມັງກອນ 2023 ກ່ຽວກັບນໍາເຂົ້າອຸປະກອນໂທລະຄົມມະນາຄົມ ແລະ ICT ໃນຂອບເຂດທົ່ວປະເທດວ່າ: ໂດຍອີງຕາມຂໍ້ ຕົກລົງວ່າດ້ວຍການຄຸ້ມຄອງອຸປະກອນໂທລະຄົມມະນາຄົມ ແລະ ໄອຊີທີ (ICT), ສະບັບເລກທີ 3583/ກຕສ, ລົງ

    ວັນ ທີ 13 ທັນວາ 2022 ຕໍ່ການນໍາເຂົ້າອຸປະກອນໂທລະຄົມມະນາຄົມ ແລະ ICT ເຂົ້າມາໃນ ສປປ ລາວ ຕ້ອງໄດ້ຮັບການກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກເສຍກ່ອນ. ເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້, ຮັບປະກັນອຸປະກອນມີຄຸນນະພາບ, ຖືກຕ້ອງຕາມມາດຕະຖານ, ມີຄວາມປອດໄພ, ຮັບປະກັນຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

    ດັ່ງນັ້ນ, ຫ້ອງການ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຈຶ່ງແຈ້ງມາ ເພື່ອສະເໜີຂໍຮັບການກວດກາ ແລະ ຢັ້ງຢືນລະບຽບເຕັກນິກຈາກກົມຄື້ນຄວາມຖີ່ວິທະຍຸສື່ສານ (ກະຊວງ ເຕັກໂນໂລຊີ ແລະ ການສື່ສານ) ກ່ອນການນໍາເຂົ້າ ອຸປະກອນ ໂທລະຄົມມະນາຄົມ ແລະ ICT.

    ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການນີ້ຢ່າງເຂັ້ມງວດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.