ຕຳຫຼວດສະກັດຈັບ ໜຸ່ມຫລອນຢາຂັບລົດບິກໄບ້ພ້ອມປືນ ແລະເງິນ 1,4 ແສນບາດ ແຫກດ່ານມິດຕະພາບລາວ-ໄທ

    0
    87

    ຕມ ມຸກດາຫານ ຮ່ວມກັບເຈົ້າໜ້າທີ່ ສະກັດຈັບໄວລຸ້ນຫຼອນຢາ ຊິ່ງລົດຈັກບິກໄບ້ ພົກພາປືນ ແລະ ເງິນສົດຫຼາຍກວ່າ 1,4 ແສນບາດ ຂັບແຫກດ່ານຂ້າມຂົວມິດຕະພາບລາວ-ໄທ ແຫ່ງທີ 2 ສະຫວັນນະເຂດ-ມຸກດາຫານ ໂດຍບໍ່ຜ່ານການກວດຈາກເຈົ້າໜ້າທີ່.

    ໃນວັນທີ 24 ມັງກອນ 2023 ເຈົ້າໜ້າທີ່ຝັ່ງມຸກດາຫານ ປະເທດໄທ ຈັບກຸມ ທ້າວ ສຸທີ ອຳພອນທິບ ອາຍຸ 31 ປີ ສັນຊາດໄທ ເຊິ່ງມີຄວາມຜິດຖານອອກຈາກເຂດປະເທດໂດຍບໍ່ຜ່ານການກວດອະນຸຍາດຂອງເຈົ້າໜ້າທີ່ດ່ານກວດຄົນເຂົ້າເມືອງ ໂດຍຜູ້ຂັບຂີ່ນັ້ນເສບຢາເສບຕິດ ພົກພາອາວຸດປືນໂດຍບໍ່ໄດ້ຮັບອະນຸຍາດ.

    ໃນນັ້ນສາມາດຍຶດເອົາປືນ 1 ກະບອກ, ລູກປືນ ຈຳນວນ 1 ນັດ, ລົດຈັກຍີ່ຫໍ້ PCX ສີດຳ 1 ຄັນ, ສາຍແຂນຄຳ 2 ບາດ 1 ເສັ້ນ, ແວນທອງ 1 ວົງ, ພະ 3 ອົງ, ໂມງ 2 ອັນ, ເງິນສົດ 147.000 ບາດ ແລະ ໂທລະສັບ 1 ເຄື່ອງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.