ຂ່າວ ThaiPBS ລາຍງານ ວັນທີ 24 ມັງກອນ 2023 ຜ່ານມານີ້ ວ່າ: UNESCOໄດ້ອະນຸມມັດໃຫ້ປະເພນີສົງການໄທ (Songkran in Thailand, traditional Thai New Year festival) ເຂົ້າສູ່ລະບົບບັນຊີລາຍຊື່ເບື້ອງຕົ້ນ Tentative list ເພື່ອພິຈາລະນາໃນທີ່ປະຊຸມໃຫ້ເປັນ “ມໍລະດົກທາງວັດທະນະທຳ” ລຳດັບ 4 ຂອງໄທ.
ກ່ອນໜ້ານີ້ ປະເທດໄທໄດ້ຮັບການຂຶ້ນທະບຽນມໍລະດົກໂລກພູມປັນຍາທາງວັດທະນະທຳແລ້ວ 3 ຢ່າງຄື: “ໂຂນ” ຖືກຮອງຮັບເອົາໃນປີ 2018, “ນວດໄທ” ໃນປີ 2019 ແລະ “ການລຳໂນຣາ”ທາງພາກໃຕ້ ໃນປີ 2021.
ການສະເໜີເອົາສົງການໄທ ເປັນມໍລະດົກວັດທະນະທຳ ໂດຍຄະນະກຳມມະການສົ່ງເສີມ ແລະ ຮັກສາມໍລະດົດພູມປັນຍາ ຄັ້ງທີ 1 ໃນປີ 2022 ເຊິ່ງຄາດວ່າ ຈະໄດ້ຮັບການພິຈາລະນາໃນທ້າຍປີ 2023 ນີ້