ກົດໄລ້ກົດແຊຣ໌ ດວງລາຍວັນປະຈຳວັນທີ 30 ມັງກອນ 2023 ການງານ ການເງິນ ຄວາມຮັກ

    0
    66

    ຄົນເກີດວັນອາທິດ:ການ​ງານມີ​ໂອ​ກາດ​ປັບ​ປ່ຽນ​ຫນ້າທີ່​ ຕຳແໜ່ງ​ ຫລື​ ສະຖານະການ​ຕ່າງ​ໆ​ ທີ່​ທ່ານ​ຕ້ອງ​ພົບ​​ອຸປະສັກ​ຈາກ​ຜູ້​ທີ່​ເປັນ​ເຈົ້າ​ນາຍ​ເຮັດໃຫ້​ອຶດ​ອັດ​ໃຈ​ກໍ​ເປັນ​ໄປ​ໄດ້​ ການ​ເງິນມີ​ຄວາມຫມັ້ນຄົງ​ທາງ​ດ້ານ​ການ​ເງິນ​ດີພໍສົມຄວນ​ ບໍ່​ມີ​ເລື່ອງ​ເດືອດ​ຮ້ອນ​ໃດ​ໆ​ ເຂົ້າ​ມາ​ລົບກວນ​ຈິດ​ໃຈ​ ຄວາມ​ຮັກມີ​ໂອ​ກາດ​ພົບ​​ໃຜ​ບາງ​ຄົນ​ ແຕ່​ເປັນ​ການ​ເບິ່ງ​ໆ​ ກັນ​ຫລາຍກວ່າ​ທີ່​ຈະ​ຕັດ​ສິນ​ໃຈ​ ຕ້ອງ​ແບ່ງ​ເວລາ​ ຫລື​ໃຫ້​ເວລາ​ກັນ​ຫລາຍ​ຂຶ້ນ​ຈຶ່ງ​ຈະ​ດີ​ ເຄື່ອງມຸງຄຸນຫິນນໍາໂຊກສີເຫຼືອງ ສີມຸງຄຸນ​ສີຟ້າອ່ອນ ເລກ​ນຳ​ໂຊກ​1 6

    ຄົນເກີດວັນຈັນ:ການ​ງານຈະ​ວາງ​ແຜນ​ເຮັດ​ສິ່ງ​ໃດ​ໃນ​ໄລຍະນີ້​ມີ​ແຕ່​ຄວາມ​ສຳ​ເລັດ​ ກ່ຽວກັບ​ເລື່ອງ​ການ​ງານ​ໄດ້​ພົບ​ກັບ​ຄວາມ​ກ້າວ​ໜ້າ​ຢ່າງ​ທີ່​ຄາດ​ຫວັງ​ ການ​ເງິນ​ຍັງ​ຢູ່ໃນ​ເກນ​ຊົງ​ຕົວ​ຫລາຍກວ່າ​ ແຕ່​ກໍ​ສະຫລຽວ​ສະຫລາດ​ໃນ​ການ​ໃຊ້​ຈ່າຍ​ ສາມາດ​ທີ່​ຈະ​ຜ່ານ​ພົ້ນ​ສະຖານະການ​ການ​ເງິນ​ຂາດ​ມື​ໄປ​ໄດ້​ ຄວາມ​ຮັກ​ມີ​ໂອ​ກາດ​ພົບ​ຄູ່​ ພົບ​ຄົົນທີ່​ຖືກ​ໃຈ​ໃນ​ໄລຍະ​ນີ້​ ແຕ່​ໄລ​ຍະ​ທາງ​ ຫລື​ເລື່ອງ​ຂອງ​ເວລາ​ຍັງມີ​ໃຫ້​ກັນ​ບໍ່​ຫລາຍ​ພໍ​ ສໍາລັບຄົນມີຄູ່  ທ່ານເປັນຄົນຂີ້ນ້ອຍໃຈ ແຕ່ຄວນມີຂອບເຂດແດ່ບໍ່ດັ່ງນັ້ນຄົນທີ່ທ່ານຮັກອາດໄປມີໃໝ່ ເຄື່ອງມຸງຄຸນ​ ຄໍາ
    ສີມຸງຄຸນສີຂຽວ ເລກ​ນຳ​ໂຊກ​5

    ຄົນເກີດວັນອັງຄານ:ການ​ງານ​ຍັງ​ຢູ່ໃນ​ສະຖານະການ​ທີ່​ບໍ່​ແນ່ນອນ​ ໄລຍະນີ້​ເປັນ​ການ​ແກ້​ໄຂ​ສະຖານະການ​ແບບ​ສະເພາະ​ໜ້າ​ໄປ​ເລື່ອຍ​ໆ​ ກ່ອນ​ ການ​ເງິນ​ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ໃນ​ໄລຍະ​ນີ້​ ເລື່ອງ​ການ​ໃຊ້​ຈ່າຍ​ທີ່​ເກີນ​ຄວາມ​ຈຳ​ເປັນ​ ຫລື​ບໍ່​ເກີດ​ປະໂຫຍດ​ກໍ​ຄວນ​ຈະ​ຕັດ​ອອກ​ໄປ​ແດ່ ຄວາມ​ຮັກຄວາມ​ສຳພັນ​ຖືກ​ພັດທະນາ​ໄປ​ຢ່າງ​ດີ ແລະ​ ລົງ​ຕົວ​ໃນ​ໄລຍະນີ້​ ມີ​ໂອ​ກາດ​ສຸກ​ສົມ​ຫວັງ​ກ່ຽວກັບ​ເລື່ອງ​ຄວາມ​ຮັກ​ເປັນ​ຢ່າງ​ຫລາຍ​ ​ ສໍາລັບຄົນມີຄູ່ ທ່ານຄວນຮັບຟັງເຫດຜົນຈາກຄົນຮັກໃຫ້ຫຼາຍກວ່າການໃຊ້ອາລົມ ເຄື່ອງມຸງຄຸນ​ເພັດ ສີມຸງຄຸນສີ​ສົ້ມ ເລກ​ນຳ​ໂຊກ​9

    ຄົນເກີດວັນພຸດ:ການ​ງານ​ມີ​ການ​ປ່ຽນ​ແປງ​ຍົກ​ຍ້າຍ​ການເດີນທາງ​ຂ້ອນ​ຂ້າງ​ເລື້ອຍໆ​ໃນ​ໄລຍະນີ້​ ການ​ເຈລະ​ຈາ​ຕໍ່​ລອງ​ທາງ​ດ້ານ​ການ​ງານ​ກໍ່​ໃຫ້​ເກີດ​ໂຊກ​ ການ​ເງິນມີຄົນ​ອຸປະຖຳ​ທາງ​ດ້ານ​ການ​ເງິນ​ ຫລື​ຈະ​ໄດ້​ເງິນ​ໄດ້​ໂຊກ​ເພີ່ມເຕີມ​ເຂົ້າ​ມາ​ຫລາຍ​ຂຶ້ນ​ກໍ​ເປັນ​ໄປ​ໄດ້​ ຄວາມ​ຮັກຍັງ​ບໍ່​ລົງ​ຕົວ​ປານໃດ​ ເພາະ​ທ່ານ​ຍັງມີ​ພາລະ​ກິດ​ວຸ່ນ​ໆ​​ ຫລາຍກວ່າ​ທີ່​ຈະໃຫ້​ຄວາມ​ສຳຄັນ​ດ້ານ​ຄວາມ​ຮັກ​ ສໍາລັບຄົນມີຄູ່ ຄົນຮັກຂອງທ່ານໄລຍະນີ້ຜິດປົກກະຕິເປັນພິເສດ ເພາະທ່ານອາດໃສ່ໃຈຄົນຮັກນ້ອຍເກີນໄປ ເຄື່ອງມຸງຄຸນ​​ໄຂ່ມຸກ ສີມຸງຄຸນສີຂາວ ເລກ​ນຳ​ໂຊກ​6

    ຄົນເກີດວັນພະຫັດ:ການ​ງານຈະ​ເຮັດ​ສິ່ງ​ໃດ​ໃນ​ໄລຍະນີ້​ຕ້ອງ​ວາງ​ແຜນ​ໃນ​ເລື່ອງ​ຂອງ​ການ​ລົງ​ທຶນ​ໃຫ້​ດີ​ ຕ້ອງ​ຄວບ​ຄຸມ​ຄ່າ​ໃຊ້​ຈ່າຍ​ ແລະ​ຄວບ​ຄຸມ​ຕົ້ນ​ທືນ​ໃຫ້​ດີກວ່າ​ທີ່​ເປັນ​ຢູ່​ ການ​ເງິນໝຸນ​ຫາ​ໃຊ້​ຈ່າຍ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ສະເໝີ​ ໃຊ້​ຄວາມ​ປະ​ຢັດ​ແດ່​ກໍ​ຈະ​ມີ​ໂຊກ​ ຄວາມ​ຮັກໂດດ​ເດັ່ນ​ຖ້າ​ຈະ​ພົບ​​ໃຜ​ໃນ​ໄລຍະນີ້​ຢູ່ໃນ​ເກນ​ຜິວ​ຂາວ​ນັ້ນ​ເອງ​ ສໍາລັບຄົນມີຄູ່ ທ່ານເປັນຄົນທີ່ຮັກແຟນຫຼາຍ ແຕ່ຖ້າມື້ໃດທີ່ແຟນຂອງທ່ານຕົວະມື້ນັ້ນທ່ານຈະເປັນຄົນລະຄົນເລີຍ ເຄື່ອງມຸງຄຸນ​ຄໍາ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​1

    ຄົນເກີດວັນສຸກ:ການ​ງານ​ຈະ​ເຮັດ​ສິ່ງ​ໃດ​ຮ່ວມ​ກັບ​ທີມ​ງານ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ຢູ່ໃນ​ເກນ​ທີ່​ດີ​ ເພາະ​ຮ່ວມ​ມື​ກັນ​ໄດ້​ເປັນ​ຢ່າງ​ດີ​ ການ​ເງິນຍັງມີ​ຄວາມ​ກັງ​ວົນ​ໃນ​ການ​ໃຊ້​ຈ່າຍ​ ແລະ​ການ​ໃຊ້​ເງິນ​ຢູ່ໃນ​ໄລຍະນີ້​ ຄວາມ​ຮັກຢູ່ໃນເກນທີດີ ຈະໄດ້ພົບກັບຄົນຜົວຂາວລາວຈະເປັນຄົນອັດທະຍາໄສດີ ແຕ່ກໍຄວນເບິ່ງກັນໄປກ່ອນ​ ສໍາລັບຄົນມີຄູ່ ຄົນຮັກຂອງທ່ານເປັນຄົນເອົາໃຈເກັ່ງ ແຕ່ບາງຄັ້ງທ່ານຄວນຕາມໃຈຄົນຮັກແດ່ ປ່ຽນກັນເອົາໃຈໃສ່ ກໍຈະເຮັດໃຫ້ຮັກຍາວນານ ເຄື່ອງມຸງຄຸນ​​ເພັດສີຂາວ ສີມຸງຄຸນສີແດງ ເລກ​ນຳ​ໂຊກ​5 6

    ຄົນເກີດວັນເສົາ:ການ​ງານຈະ​ເຮັດ​ສິ່ງ​ໃດ​ໃນ​ໄລຍະ​ນີ້​ມີ​ແຕ່​ຄວາມ​ສຳ​ເລັດ​ ຊື່​ສຽງ​ຂອງ​ທ່ານ​ຖືກ​ເວົ້າ​ເຖິງ​ໃນ​ທາງ​ທີ່​ດີ​ ຖ້າ​ມີ​ການເດີນທາງ​ໄກຈະ​ກໍ່​ໃຫ້​ເກີດ​ໂຊກ​ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ຢ່າງ​ບໍ່​ທັນ​ຄາດ​ຝັນ​ ບໍ່​ທັນ​ຕັ້ງ​ຕົວ​ ແຕ່​ຈະ​ຕິດ​ຂັດ​ອຸປະສັກ​ກ່ອນ​ ແລ້ວ​ຈຶ່ງ​ຈະ​ໄດ້​ເຂົ້າ​ມາ​ໃນ​ພາຍ​ຫຼັງ​ນັ້ນ​ເອງ​ ຄວາມ​ຮັກຍັງ​ເສີຍໆ​ ໃນ​ເລື່ອງ​ເຫຼົ່າ​ນີ້​ຫລາຍກວ່າ​ ແມ່ນ​ຈະ​ມີຄົ​ນ​ເຂົ້າ​ມາ​ ແຕ່​ກໍ​ຍັງ​ບໍ່​ເລືອກ​ໃຜ​ນັ້ນ​ເອງ​ ສໍາລັບຄົນມີຄູ່ ທ່ານຄວາມຊື້ສິ່ງຂອງໃຫ້ແຟນຂອງທ່ານແດ່ ບາງທີ່ແຟນຂອງທ່ານອາດບອກວ່າບໍ່ເປັນຍັງ ທ່ານເລີຍລະເລີຍບໍ່ສົນໃຈອີກຕໍ່ໄປ ແຕ່ອາດເຮັດໃຫ້ລາວນ້ອຍໃຈ ເຄື່ອງມຸງຄຸນ​ເພັດສີແດງ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​9

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.