ງານບຸນມະຫາກໍາສືບສານຕຳນານກະບອງໃຫຍ່ຂອງຊົນເຜົ່າບຣູ ບ້ານໂພນງາມ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ເພື່ອຮັກສາຮິດຄອງປະເພນີອັນດີງາມທີ່ສືບທອດ ມາແຕ່ດຶກດໍາໄວ້ໃຫ້ລູກຫຼານໄດ້ຮຽນຮູ້ ແລະ ສືບທອດ.
ງານບຸນດັ່ງກ່າວມີການແຫ່ກະບອງອ້ອມບ້ານ ແລ້ວກໍ່ນໍາເຂົ້າສູ່ສະຖານທີ່ ທີ່ໄດ້ກະກຽມໄວ້ ນອກຈາກນີ້ກໍ່ຍັງມີການເລົ່າຄືນປະຫວັດຄວາມເປັນມາຂອງງານບຸນກະບອງໃຫຍ່ ເຜົ່າບຣູ ບ້ານ ໂພນງາມ ທີ່ຕິດພັນກັບການດໍາລົງຊິວິດຂອງ ພໍ່-ແມ່ ປະຊາຊົນໃນທ້ອງຖິ່ນດັ່ງກ່າວ ມາແຕ່ ປູ່-ຍ່າ ຕານາຍ ຈົນເຖິງເທົ່າທຸກວັນນີ້ ທີ່ໄດ້ນໍາໃຊ້ກະບອງ ເຂົ້າໃນ
ການດໍາລົງຊິວິດປະຈໍາວັນໃນຍາມກາງຄືນ ໂດຍອາໃສແສງກະບອງເປັນແສງສະຫວ່າງ,ມີການສະແດງສິລະປະວັນນະຄະດີຂອງພີ່ນ້ອງເຜົ່າບຣູ, ຊົມຮ້ານວາງສະແດງເຄື່ອງຫັດຖະກຳບັນດາເຜົ່າ ລວມທັງວິຖີ ການດໍາລົງຊີວິດຂອງຊົນເຜົ່າບຣູ ເຂດໂພນງາມ ຊົມສວນວັດທະນະທຳເຜົ່າບຣູ ແລະ ກິດຈະກໍາອື່ນໆຢ່າງຫຼວງຫຼາຍ.
ງານບຸນມະຫາກໍາສືບສານຕຳນານກະບອງໃຫຍ່ ຊົນເຜົ່າບຣູ ບ້ານ ໂພນງາມ ເມືອງອາດສະພອນ ແຂວງສະຫວັນນະເຂດ
ງານບຸນມະຫາກໍາສືບສານຕຳນານກະບອງໃຫຍ່ ຊົນເຜົ່າບຣູ ບ້ານ ໂພນງາມ ເມືອງອາດສະພອນ ແຂວງສະຫວັນນະເຂດ
ງານບຸນມະຫາກໍາສືບສານຕຳນານກະບອງໃຫຍ່ ຊົນເຜົ່າບຣູ ບ້ານ ໂພນງາມ ເມືອງອາດສະພອນ ແຂວງສະຫວັນນະເຂດ
ທີ່ມາ: ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ