ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ, ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ຈັດພິທີປະກາດການໃຫ້ອະໄພຍະໂທດ ແລະ ຫຼຸດຜ່ອນໂທດ ປະຈຳປີ 2022 ຂຶ້ນໃນວັນທີ 16 ມັງກອນ 2023, ໂດຍມີ ທ່ານ ນາງ ວອນແສງ ບົວດອກທອງ ຫົວໜ້າອົງການໄອຍະການປະຊາຊົນແຂວງ, ມີບັນດາ
ປະທານຄະນະກຳມະການອະໄພຍະໂທດລະດັບແຂວງ, ຄະນະກອງບັນຊາການ ປກຊ-ປກສ ແຂວງ, ຫົວໜ້າຄະນະຄ້າຍຄຸມຂັງດັດສ້າງ, ແຂກຮັບເຊີນ ແລະ ນັກໂທດຜູ້ທີໄດ້ຮັບການອະໄພຍະໂທດ ເຂົ້າຮ່ວມ.
ທ່ານ ກົງຢາງ ວາມົວ ຫົວໜ້າຂະແໜງໄອຍະການປະຊາຊົນແຂວງ ຜູ້ຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບ ການຈັດຕັ້ງປະຕິບັດລັດຖະບັນຍັດຂອງ ປະທານປະເທດ ສປປ ລາວ ສະບັບເລກທີ 001/ປປທ ລົງວັນທີ 20 ມີນາ 2018, ຄໍາເເນະນໍາຂອງ ຄະນະກໍາມະການອະໄພຍະໂທດລະດັບຊາດ
ສະບັບເລກທີ 016/ຄອຊ ລົງວັນທີ 24 ເມສາ 2018 ວ່າດ້ວຍ ການໃຫ້ອະໄພຍະໂທດ. ດັ່ງນັ້ນ, ຄະນະກໍາມະການອະໄພຍະໂທດລະດັບແຂວງ ຈຶ່ງໄດ້ປະສານສົມທົບກັບ ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຫຼວງນໍ້າທາ ຄົ້ນຄວ້າຄັດເລືອກນັກໂທດຜູ້ທີ່ມີເງື່ອນໄຂ ຈະໄດ້ຮັບການໃຫ້ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວກ່ອນກໍານົດ ປະຈໍາປີ 2022 ໂດຍການຄັດເລືອກນັກໂທດທັງໝົດ 403 ຄົນ ຍິງ 59 ຄົນ, ຕ່າງປະເທດ 15 ຄົນ ຍິງ 2 ຄົນ.
ເຊິ່ງໃນປີ 2022, ມີຜູ້ໄດ້ຮັບການອະໄພຍະໂທດຫຼຸດຜ່ອນໂທດ ທັງໝົດ 64 ຄົນ ຍິງ 8 ຄົນ, ມີນັກໂທດຄະດີຢາເສບຕິດ 63 ຄົນ ຍິງ 8 ຄົນ ແລະ ນັກໂທດຄະດີທົ່ວໄປ 1 ຄົນ.
ໃນພິທີ, ທ່ານ ນາງ ວອນແສງ ບົວດອກທອງ ໄດ້ສະແດງຄໍາຍ້ອງຍໍຊົມເຊີຍຕໍ່ບັນດານັກໂທດຜູ້ຖືກຫາ ແລະ ດັດສ້າງ ທີ່ໄດ້ປະກອບສ່ວນສ້າງຜົນງານ, ສ້າງຂະບວນການປະຕິບັດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ ໄດ້ຢ່າງເຂັ້ມງວດ ເວົ້າລວມ, ເວົ້າສະເພາະ ແມ່ນຜູ້ທີ່ໄດ້ຮັບການອະໄພຍະໂທດ, ຫຼຸດຜ່ອນໂທດໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກໃຫ້
ຄະນະກຳມະການອະໄພຍະໂທດຂັ້ນແຂວງ ຈົ່ງສືບຕໍ່ໂຄສະນາເຜີຍແຜ່, ເຊື່ອມຊຶມລັດຖະບັນຍັດຂອງ ປະທານປະເທດ ວ່າດ້ວຍ ການອະໄພຍະໂທດ, ຄຳແນະນຳ, ແຈ້ງການຕ່າງໆ ໃຫ້ເຈົ້າໜ້າທີ່ຕໍາຫຼວດ ພ້ອມຍາດຕິພີ່ນ້ອງ ແລະ ສັງຄົມທົ່ວໄປໄດ້ຮັບຮູ້-ເຂົ້າໃຈຢ່າງເລີກເຊິ່ງ ຕໍ່ແນວທາງນະໂຍບາຍມະນຸດສະທຳຂອງພັກ-ລັດ ທີ່ມີຕໍ່ນັກໂທດຜູ້ທີ່ມີການປ່ຽນແປງທັດສະນະແນວຄິດ, ການກະທຳ ແລະ ຕື່ນຕົວ, ເຄົາລົບລະບຽບກົດໝາຍຂອງ ສປປ ລາວ.