ອັນນີ້ປະເທດລາວເດີ້ ປະຊາຊົນຖືກຂົ່ມເຫັງຫຼາຍເທື່ອແລ້ວບໍ່ມີການແກ້ໄຂ ລ່າສຸດຄົນຈີນຕີແລະເອົາປືນໄລ່ຍິງກອງຫລອນກັບຊາວບ້ານ

    0
    47

    ອັນນີ້ປະເທດລາວເດີ້ ປະຊາຊົນຖືກຂົ່ມເຫັງຫຼາຍເທື່ອແລ້ວບໍ່ມີການແກ້ໄຂ ລ່າສຸດຄົນຈີນຕີແລະເອົາປືນໄລ່ຍິງກອງຫລອນກັບຊາວບ້ານ ເກີດທີ່,ບ້ານແຊວລີສູ່,ເມືອງຍອດອູ,ແຂວງຜົ້ງສາລີ,

    ຕາມລາຍງານຈາກປະຊາຊົນບ້ານແຊວລີສູ່:ວ່າ ມີບໍລິສັດຈີນ ຊື່ວ່າ:ບໍລິສັດ ຢຸນນານວັນເວ ພະລັງງານຈຳກັດ,ໄດ້ມາລົງທຶນ ສານປະທານ ຂຸດຄົ້ນແຮ່ຖ່ານ ,ເຂດບ້ານແຊວລີສູ່ ແລະ ດີນນາ ດີນສວນ ຂອງປະຊາຊົນຊາວບ້ານແຊວລີສູ່ຫຼາຍຄອບຄົວຖືກໂຄງການ,

    ແຕ່ບໍລິສັດບໍ່ຍອມຊົດເຊີຍຄ່າເສຍຫາຍ ໃຫ້ປະຊາຊົນຊາວນາ ຊາວໄຮ່ ຕາມສົມຄວນ, ແລະ ເກີດເຫດຂູ່ຕີປະຊາຊົນຫຼາຍຄັ້ງ,

    ຄັ້ງສຸດທ້າຍແມ່ນ ຕາມໃນຄຣິບວິດີໂອ,ຄືບໍລິສັດກັບປະຊາຊົນຊາວໄຮ່ ມີການຂັດແຍ້ງ ແລ້ວນາຍບ້ານ ກັບ ກອງຫລອນບ້ານໄປເຄຍໃຫ້ ແຕ່ສຸດທ້າຍຖືກຄົນຈີນຕີແລະ ຄົນຈີນເອົາປືນໄລ່ຍິ່ງກອງຫລອນ ກັບ ຊາວບ້ານ ຕາມດັ່ງໃນຄຣິບ. ຂໍວອນ ຂັ້ນເທີງພາກສ່ວນກ່ຽວຂ້ອງລົງກວດສອບແດ່ເດີ.

    ປະຊາຊົນຖືກຂົ່ມເຫັງຫຼາຍເທື່ອແລ້ວ ແຕ່ເຈົ້າໜ້າທີ່ແຖວນັ້ນ ບໍ່ມີການແກ້ໄຂຄວາມເປັນຍຸເປັນທໍາ ແລະ ຄົນຈີນມີ ການກະທຳຜິດ ກໍ່ບໍ່ໄດ້ຖືກລົງໂທດໃດໆເລີຍ.

    ຊົມຄລິບ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.