ຂໍສະແດງຄວາມຍິນດີນຳ ເໝີຍຊຽນ ແຊ່ຈ໋າວ ສາວງາມຈາກບ້ານຫ້ວຍຊາຍເໜືອ ຄວ້າມົງກຸດນາງສາວດອກງິ້ວບານ ປີ 2023

    0
    106

    ສະແດງຄວາມຍິນດີນຳນ້ອງ ເໝີຍຊຽນ ແຊ່ຈ໋າວ MK 8  ສາວງາມຈາກບ້ານຫ້ວຍຊາຍເໜືອ ອາຍຸ24 ປີ ຄວ້າມົງກຸດນາງສາວດອກງິ້ວບານ ປີ 2023 ພ້ອມເງິນລາງວັນ50ລ້ານກີບ

    ງານປະກວດນາງສາວດອກງິ້ວບານ ປະຈຳປີ2023 ຮອດຕັດສິນ ຈັດຂຶ້ນໃນວັນທີ29 ມັງກອນ2023 ທີ່ເວທີກາງດອນຊາວ ເຂດເສດຖະກິດພິເສດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວໃນໂອກາດຈັດງານເທດສະການດອກງິ້ວບານ ຄັ້ງທີ 20 ປິ2023 ໂດຍມີ20 ສາວງາມຈາກບັນດາເມືອງພາຍໃນແຂວງບໍ່ແກ້ວເຂົ້າຮ່ວມປະກວດ.

    .

    ຜ່ານການແຂ່ງຂັນ ສາວງາມທີ່ຂະນະໃຈກຳມະການ ຄວ້າມົງກຸດອັນຊົງກຽດໄປຄອງໄດ້ແກ່ ນ້ອງ ເໝີຍຊຽນ ແຊ່ຈ໋າວ MK 8  ສາວງາມຈາກບ້ານຫ້ວຍຊາຍເໜືອ ເມືອງຫ້ວຍຊາຍ ອາຍຸ24 ປີ.

    .

    ສ່ວນລາງວັນອື່ນໆມີດັ່ງນີ້:ຮອງອັນດັບ1 ໄດ້ແກ່ MK 13 ນາງ ສວຍ ພົມມະລີ ໄດ້ຮັບເງິນລາງວັນ30.000.000 ກີບ

    .

    .


    ຮອງອັນດັບ2 ໄດ້ແກ່ MK 12 ນາງ ແພັດ ຄຳເຄື່ອງ ໄດ້ຮັບເງິນລາງວັນ 25.000.000ກີບ

    .

    .


    ຮອງອັນດັບ3 ໄດ້ແກ່ MK 15 ນາງ ສຸດາລີ ແສນທະພອນ ໄດ້ຮັບເງິນລາງວັນ20.000.000 ກີບ

    .

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.