ຄະນະກໍາມະການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ກວດຜ່ານ ແລະ ຮັບຮອງເນື້ອໃນຫຼັກສູດ, ປຶ້ມແບບຮຽນ ແລະ ຄູ່ມືຄູ ຊັ້ນປະຖົມສຶກສາ ປີທີ 5 ແລະ ໃຫ້ຈັດພິມ ແລະ ນໍາໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູ ປ.5 ທັງໝົດ 8 ວິຊາ ລວມມີ 13 ຕົ້ນສະບັບ ໃນສົກຮຽນ 2023-2024 ທີ່ຈະມາເຖິງນີ້ ແລະ ຈະສົ່ງໄປຈັດພິມເພື່ອສົ່ງອອກຂາຍຢູ່ຕະຫຼາດ ໃນຕົ້ນເດືອນ 3 ປີ 2023 ນີ້
ໂດຍແຜນງານດັ່ງກ່າວ ໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດນັບແຕ່ປີ 2015 ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານ (BEQUAL/ບີຄວາ)ໃນສປປ ລາວ.
ທ່ານ ປອ.ນ. ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ນັບແຕ່ປີ 2015 ເປັນຕົ້ນມາ ກະຊວງສຶກສາທິການ ແລະ ກິລາ ໄດ້ມີການປັບປຸງຫຼັກສູດໃໝ່ໃນຂອບເຂດທົ່ວປະເທດ ພ້ອມກັບອຸປະກອນການຮຽນການສອນແບບໃໝ່ໃຫ້ແກ່ນັກຮຽນ ແລະ ຄູ.
ສໍາລັບຊັ້ນ ປ.5, ລັດຖະບານອົດສະຕຣາລີ ໄດ້ສະໜັບສະໜູນການພັດທະນາຫຼັກສູດ, ປຶ້ມແບບຮຽນ ແລະ ຄູ່ມືຄູ 3 ວິຊາ ຄື: ວິຊາພາສາລາວ, ວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ວິຊາພາສາອັງກິດ, ພ້ອມທັງໄດ້ຈັດພິມປຶ້ມແບບຮຽນ ແລະ ຄູ່ມືຄູ ຈະໄດ້ແຈກຢາຍທົ່ວປະເທດ ພ້ອມຈະໄດ້ຊ່ວຍເຫຼືອໃນການຝຶກອົບຮົມຄູສອນວິຊາພາສາ
ລາວ, ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ວິຊາພາສາອັງກິດ. ນອກຈາກນີ້, ຍັງໄດ້ໃຫ້ການສະໜັບສະໜູນວິຊາອື່ນໆອີກ ເຊັ່ນ: ການກວດຜ່ານຕົ້ນສະບັບບັນດາສື່ການຮຽນການສອນ ແລະ ສ້າງຂີດຄວາມອາດສາມາດໃຫ້ນັກວິຊາການໃນການອອກແບບ ແລະ ການພິມເຂົ້າໜ້າສື່ການຮຽນການສອນ. ສ່ວນວິຊາຄຸນສົມບັດສຶກສາ, ສັງຄົມສຶກສາ, ພະລະສຶກສາ, ສິລະປະກໍາ ແລະ ຫັດຖະກໍາ, ສິລະປະດົນຕີ ແມ່ນລັດຖະບານ ສປປ ລາວ ໃຫ້ການສະໜັບສະໜູນ.
ທ່ານ ແດນ ເຮວເດິນ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ກ່າວວ່າ ອົດສະຕຣາລີ ມີຄວາມຍິນດີທີ່ໄດ້ຮ່ວມມືກັບສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກະຊວງ ສຶກສາທິການ ແລະ ກິລາ ເພື່ອສະໜັບສະໜູນການພັດທະນາຫຼັກສູດສະບັບປັບປຸງໃໝ່ ແລະ ຫວັງວ່າຈະໄດ້ເຫັນການປັບປຸງການຮຽນຮູ້ຂອງນັກຮຽນຊັ້ນປະຖົມດ້ວຍຫຼັກສູດໃໝ່ ແລະ ການຮຽນດ້ວຍການປະຕິບັດຕົວຈິງ