ປະຈຸບັນ ສປປ ລາວ ມີແຫຼ່ງຜະລິດພະລັງງານໄຟຟ້າ ທີ່ມີກຳລັງຕິດຕັ້ງ 1 MW ຂຶ້ນໄປ ມີທັງໝົດ 94 ແຫ່ງ, ລວມກໍາລັງຕິດຕັ້ງ 11.661,14 MW, ສາມາດຜະລິດພະລັງງານໄຟຟ້າໄດ້ 58.813 GWh/y ຊຶ່ງຈໍານວນຕົວເລກດັ່ງກ່າວ ໄດ້ລາຍງານໃນກອງປະຊຸມສະຫຼຸບຂະແໜງພະລັງງານ ແລະ ບໍ່ແຮ່ ທົ່ວປະເທດປະຈໍາປີ 2022 ຈັດຂຶ້ນໃນວັນທີ 2 ກຸມພາ 2023 ທີ່ນະຄອນຫຼວງວຽງຈັນ.
ໃນໂອກາດນີ້, ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ໃນໄລຍະ 1 ປີຜ່ານມາ, ກະຊວງພະລັງງານ ແລະ ບໍ່ແຮ່ ໃນຖານະທີ່ເປັນເສນາທິການໃຫ້ແກ່ລັດຖະບານກ່ຽວກັບການຄຸ້ມຄອງວຽກງານພະລັງງານ ແລະ ບໍ່ແຮ່ ໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາອຸດ
ສາຫະກໍາພະລັງງານໄຟຟ້າ ແລະ ອຸດສາຫະກຳບໍ່ແຮ່ ຢູ່ປະເທດພວກເຮົາດ້ວຍຜົນສຳເລັດ ແລະ ມີບາດກ້າວຂະຫຍາຍຕົວທີ່ໜັກແໜ້ນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດຢ່າງຕັ້ງໜ້າ, ຊຶ່ງອັນພົ້ນເດັ່ນ ຂະແໜງພະລັງງານ ແລະ ບໍ່ແຮ່ ສາມາດບັນລຸໄດ້ມູນຄ່າການຜະລິດ 66.623 ຕື້ກີບ ທຽບໃສ່ໄລຍະດຽວ
ຂອງປີຜ່ານມາເພີ່ມຂື້ນ 53%, ທຽບໃສ່ທິດທາງແຜນການປີ ເພີ່ມຂື້ນ 51% ໃນນັ້ນ ຂະແໜງພະລັງງານ ປະຕິບັດໄດ້ 41.196 ຕື້ກີບ, ຂະແໜງບໍ່ແຮ່ ປະຕິບັດໄດ້ 25.426 ຕື້ກີບ.
ທ່ານ ປອ ດາວວົງ ພອນແກ້ວ ໄດ້ກ່າວອີກວ່າ: ຮອດທ້າຍປີ 2022 ທົ່ວປະເທດ ມີໄຟຟ້າຊົມໃຊ້ແບບຖາວອນກວມເອົາ 95% ຂອງຈໍານວນຄົວເຮືອນທັງໝົດ, ມີສະຖານີກະຈາຍໄຟຟ້າ 84 ແຫ່ງ, ມີລະບົບສາຍສົ່ງແຮງດັ່ນສູງ 500 ກວ, 230 ກວ, 115 ກວ, ລະບົບຕາຂ່າຍແຮງກາງ ແລະ ແຮງຕໍ່າ ຊຶ່ງເປັນເສັ້ນເລືອດໃຫຍ່ ໃນການລໍາລຽງກະຈ່າຍໄຟຟ້າໃນຂອບເຂດທົ່ວປະເທດ ທັງໝົດ 67 ພັນກ່ວາກິໂລແມັດ.
ຂະແໜງການພະລັງງານ ແລະ ບໍ່ແຮ່ ເປັນຂະແໜງການໜຶ່ງ ທີ່ມີບົດບາດສຳຄັນ ໃນການຊຸກຍູ້ໃຫ້ເສດຖະກິດແຫ່ງຊາດ ມີການຈະເລີນເຕີບໂຕຢ່າງໜັກແໜ້ນ, ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໄດ້ສ້າງຜົນປະໂຫຍດຢ່າງຫຼວງຫຼາຍທັງທາງກົງ ແລະ ທາງອ້ອມເປັນຕົ້ນ ແມ່ນການສ້າງວຽກເຮັດງານທຳ ແລະ ກໍ່ສ້າງພື້ນຖານໂຄງ
ລ່າງ (ຖະໜົນຫົນທາງ, ໂຮງຮຽນ, ໂຮງໝໍ, ສຸກສາລາ, ໄຟຟ້າ, ນໍ້າສະອາດ, ຕະຫຼາດ, ວັດ ແລະ ສິ່ງອຳນວຍຄວາມສະດວກອື່ນໆ), ນອກຈາກນີ້ ຍັງເປັນຂະແໜງການສົ່ງອອກທີ່ສຳຄັນ ນຳເອົາເງິນຕາຕ່າງປະເທດເຂົ້າປະເທດນັບມື້ ນັບມີລັກສະນະເພີ່ມຂຶ້ນຢ່າງຕໍ່ເນື່ອງ.