ຜູ້ຊົມໃຊ້ນ້ຳປະປາໃນ 70 ບ້ານ ກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ໃຊ້ເນື່ອງຈາກຈະໄດ້ມີການສ້ອມແປງປ່ຽນຖ່າຍອຸປະກອນປະຕູນໍ້າໄຟຟ້າ

    0
    112

    ຜູ້ຊົມໃຊ້ນ້ຳປະປາ ຢູ່ໃນ 70 ບ້ານ ເຂດ 2 ຕົວເມືອງ ຄື: ເມືອງສີໂຄດຕະບອງ ແລະ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ໃຊ້ ເພາະລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຈະໄດ້ມີການສ້ອມແປງປ່ຽນຖ່າຍອຸປະກອນປະຕູນໍ້າໄຟຟ້າ ໂຮງງານຜະລິດນໍ້າປະປາເກົ້າລ້ຽວ 20,000 ແມັດກ້ອນ/ວັນ ເມືອງ

    ສີໂຄດຕະບອງ ໃນວັນທີ 4 ກູມພາ 2023 (ເວລາ 10: 00 ໂມງ ຫາ 16: 00 ໂມງ), ຊຶ່ງການສ້ອມແປງດັ່ງກ່າວ ຈະສົ່ງຜົນໃຫ້ມີນ້ຳອອກຄ່ອຍ ຫາ ບໍ່ມີນ້ຳ ໃນເຂດບ້ານດັ່ງກ່າວ.

    ໃນໄລຍະການສ້ອມແປງນີ້, ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກແຈ້ງການເຖິງບັນດາຜູ້ຊົມໃຊ້ນ້ຳປະປາ ຈົ່ງກະກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ຊົມໃຊ້ໃຫ້ພຽງພໍ ຊຶ່ງປະກອບມີ 70 ບ້ານ ຄື: 58 ບ້ານເຂດເມືອງສີໂຄດຕະບອງ ມີບ້ານນາຄຳ, ອຸບໂມງ, ໜອງປາໃນ, ວັດໄຕທ່າ, ວັດໄຕທົ່ງ, ໜອງສະໂນຄຳ, ວັດໄຕໃຫຍ່

    ທ່າ, ວັດໄຕໃຫຍ່ທົ່ງ, ອາກາດ, ເມືອງວາທ່າ, ເມືອງວາທົ່ງ, ສີໄຄທ່າ, ສີໄຄທົ່ງ, ຍາພະ, ສີບຸນເຮືອງທ່າ, ສີບຸນເຮືອງທົ່ງ, ສີຊົມຊື່ນ, ໂນນສະຫວ່າງ, ເກົ້າລ້ຽວ, ດ່ານຄຳ, ໂນນຂີ້ເຫຼັກ, ໂນນແກ້ວ, ໂພນສະຫວາດເໜືອ, ໂພນສົມບູນ, ຕາດທອງ, ໜອງດາ, ໃໝ່, ຫ້ວຍຫ້ອມ, ໂພສີ, ນາແຮ່, ວຽງສະຫວັນ, ທົ່ງປົ່ງ, ນາເລົ່າ,

    ໜອງແຕ່ງເໜືອ, ໜອງແຕ່ງໃຕ້, ໜອງໜ້ຽວ, ວຽງຄຳ, ຈຳປາ, ດົງນາໂຊກເໜືອ, ດົງນາໂຊກໃຕ້, ດົງນາທອງ, ປາກທ້າງ, ຫຼັກຫີນ, ໜອງບຶກເໜືອ, ໜອງບຶກໃຕ້, ດົງກາເລົາ, ຊຳເກດ, ຂຸນຕາທົ່ງ, ຂຸນຕາທ່າ, ສີຖານເໜືອ, ໜອງດ້ວງເໜືອ, ໜອງດ້ວງໃຕ້, ໜອງດ້ວງທົ່ງ, ໂພນສະຫວາດໃຕ້, ໜອງບົວທອງໃຕ້, ໜອງບົວທອງເໜືອ, ໂພນຄຳ ແລະ ຈັນສະຫວ່າງ.

    ນອກນັ້ນ 12 ບ້ານເຂດເມືອງຈັນທະບູລີ ມີບ້ານໜອງປີງ, ບ້ານບໍ່ນາງົວ, ດອນແດງ, ດົງປາແລບ,ໂພນຕ້ອງຈອມມະນີ, ສະຫວ່າງ, ຮ່ອງຄ້າ, ທົ່ງຕູມ, ຂົວຫຼວງ, ສີສະຫວາດ, ທົ່ງຂັນຄຳ ແລະ ສີຫອມ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.