ຄົນເກີດວັນອາທິດ:ການງານເຮັດທຸລະກິດການຄ້າຂາຍເຄື່ອງໃຊ້ໄຟຟ້າຈະໄດ້ຜົນກຳໄລຫຼາຍຂື້ນ ການເງິນດວງດີຈະໄດ້ຮັບໂຊກເຂົ້າມາ ຄວາມຮັກຄວາມສຳພັນຢູ່ໃນສະຖານະການຮັກຊ້ອນ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີຟ້າ ເລກນຳໂຊກ8
ຄົນເກີດວັນຈັນ:ການງານການເຈລະຈາກ່ຽວກັບວຽກງານທີ່ຕ້ອງແກ້ໄຂບັນຫາຕະຫຼອດຈະເຮັດໃຫ້ທ່ານເມື່ອຍ ການເງິນໂຊກດີເພາະຈະມີໂຊກໃຫຍ່ເຂົ້າມາໃຫ້ທ່ານໄດ້ມີລາຍຮັບ
ຄວາມຮັກມີໂອກາດພົບໄດ້ຄູ່ຄອງທີ່ຖືກໃຈ ອາດມາຈາກຄົນທີ່ຮ່ວມວຽກງານ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີສົ້ມ ເລກນຳໂຊກ7
ຄົນເກີດວັນອັງຄານ:ການງານເຮັດອາຊີບເປັນທີ່ປຶກສາຈະປະສົບຄວາມສຳເລັດ ການເງິນໄດ້ເງິນຈາກຄວາມສາມາດພິເສດຂອງຕົນເອງ ຄວາມຮັກເກີດຄວາມສຳພັນຂັດແຍ້ງເພາະຄວາມຫຶງຫວງ ຈື່ງເຮັດໃຫ້ທ່ານ ແລະ ຄົນຮັກມີບັນຫາກັນ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີບົວ ເລກນຳໂຊກ6
ຄົນເກີດວັນພຸດ:ການງານເປີດທຸລະກິດຮ້ານຂາຍຂະໜົມໄດ້ຜົນກຳໄລຫຼາຍ ການເງິນມີເຫດທີ່ຈະຕ້ອງໃຊ້ເງິນເພື່ອການເດີນທາງໄກ ຄວາມຮັກຈະພົບຮັກຈາກການຕິດຕໍ່ທຸລະກິດ ເປັນຄົນທີ່ທ່ານເອງກໍອາດຈະຄິດວ່າບໍ່ແມ່ນສໍາລັບທ່ານ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນ ສີນໍ້າຕານ ເລກນຳໂຊກ6
ຄົນເກີດວັນພະຫັດ:ການງານຕ້ອງລະວັງເລື່ອງເອກະສານໃນການເຈລະຈາຮ່ວມຫຸ້ນກັບຄົນຮູ້ຈັກ ການເງິນຄົນທີ່ທ່ານສະໜິດສະໜົມຈະນຳຂອງມີຄ່າມາມອບໃຫ້ ຄວາມຮັກເກີດຄວາມສຳພັນທີ່ຫ່າງເຫີນ ເພາະຄວາມຢູ່ໄກ ອາດເຮັດໃຫ້ທ່ານລະແວງຄົນຮັກຫຼາຍຂື້ນ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີຂາວ ເລກນຳໂຊກ1
ຄົນເກີດວັນສຸກ:ການງານເຮັດທຸລະກິດສື່ໂຄສະນາປະຊາສຳພັນຈະປະສົບຄວາມສຳເລັດ ການເງິນຫາເງິນເຂົ້າມາໄດ້ດ້ວຍຄວາມສາມາດພິເສດຂອງຕົນເອງ ຄວາມຮັກຕ້ອງໃຊ້ເວລາເບິ່ງໃຈກັນຕໍ່ໄປ ບໍ່ຄວນໃຈຮ້ອນໃນເລື່ອງຂອງຄວາມຮັກ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີບົວ ເລກນຳໂຊກ3
ຄົນເກີດວັນເສົາ:ການງານສະແດງຄວາມສາມາດໂດດເດັ່ນຈົນມີຜູ້ໃຫຍ່ຢາກຈະເຊີນໄປຮ່ວມງານ ການເງິນຈະໄດ້ເງິນແບບບໍ່ທັນຕັ້ງໂຕ ແລະ ທ່ານເອງກໍມີສິ່ງຂອງທີ່ຈໍາເປັນຕ້ອງຊື້ເຂົ້າມາ ຄວາມຮັກ ສະເໜ່ແຮງໄປໃສມາໃສກໍມີແຕ່ຄົນໃຫ້ຄວາມສົນໃຈແກ່ທ່ານ ເຄື່ອງມຸງຄຸນເພັດສີຂາວ ສີມຸງຄຸນສີເທົາ ເລກນຳໂຊກ4