ຈາກລົ້ມລຸກຄຸກຄານ 2000 ບາດ ສູ່ທຸລະກິດພັນລ້ານ ສະຫຼອງວັນເກີດ 80 ປີ ລ້ຽງຄົນຟຮີໝົດໝູ່ບ້ານ

    0
    1163

    ຮືຮາ ເສີ່ຍໂຮງງານໂມ້ຫິນ ລ້ຽງຟຣີ ທັງຈັງຫວັດ ສະຫຼອງວັນເກີດຄົບຮອບ 80 ປີ ເຜີຍລົ້ມລຸກຄຸກຄານຈາກເງິນເຫຼືອພຽງ 2000 ບາດ ສູ່ທຸລະກິດພັນລ້ານ ຢາກຕອບແທນບຸນຄຸນແຜ່ນດິນ


    ທີ່ໂຮງງານໂມ້ຫິນ ບໍລິສັດເພັດສະຫຍາມສິລາຈາດ ຈຳກັດ ອຳເພີ ບໍ່ໄຮ່ ຈັງຫັວດຕາດ ທ້າວສຸລະສັກ ອິງປະສານ ເຈົ້າຂອງ ພ້ອມພະນັກງານ ແລະ ຄອບຄົວ ຮ່ວມກັນຈັດງານສະຫຼອງວັນເກີດໂດຍຜູ້ຮ່ວມງານຫຼາຍກວ່າ 1200 ຄົນ


    ເຊິ່ງງານດັ່ງກ່າວຈັດໃຫ້ແຂກຮັບປະທານອາການ ແລະ ຮ່ວມກິດຈະກໍາຟຣີ ເຊິ່ງຄົນທີ່ມາຮ່ວມງານຕ່າງກໍນໍາຂອງຂວັນ ແລະ ສິ່ງຕ່າງໆມາຮ່ວມຍິນດີ


    ທ້າວສຸລະສັກ ບອກວ່າຕົນເອງມາເຮັດວຽກເຮັດທຸລະກິດຢູ່ບໍ່ໄຮ່ ເລີ່ມຈາກເງິນທຶນພຽງ 2000 ບາດ ຈາກທຸລະກິດຊື້ຂາຍພອຍ ແລະ ຕໍ່ມາໄດ້ມາເຮັດທຸລະກິດໂຮງໂມ້ຫິນເພັດສະຫຍາມສິຣາຕາດ ລົ້ມລຸກຄຸກຄານ ຈົນປັດຈຸບັນບໍ່ມີໜີ້


    ແລະ ແຫຼ່ງທຶນເຮັດກໍາໄລໃຫ້ຫຼາຍ ຈົນມື້ນີ້ນັບເງິນເປັນພັນໆລ້ານ ຈຶ່ງຕັ້ງໃຈຕອບບຸນແທນຄຸນແຜ່ນດິນ ແລະ ຄົນທີ່ຢູ່ຄຽງຂ້າງເປັນງານໃຫຍ່ ກິນຟຣີແບບຈັດເຕັມຢ່າງທີ່ເຫັນ


    ຢາກມີໂມເມັ້ນແບບນີ້ເດ້ ສາທຸຂໍໃຫ້ເຈີໃຫ້ມີແບບນີ້

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.