ເຈົ້າໜ້າທີ່ ສຶກສາອົບຮົມກຸ່ມໄວລຸ້ນມົ້ວສຸມດື່ມ ແລະ ຂາຍນໍ້າກະທ່ອມພ້ອມຜູ້ປົກຄອງ

    0
    45

    ໃນວັນທີ 8 ກຸມພາ 2023 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ໄດ້ສຶກສາອົບຮົມກຸ່ມມົ້ວສຸມດື່ມນ້ຳກະທ່ອມ ແລະ ຜູ້ຂາຍ ໂດຍການເປັນປະທານຂອງ ພັທ ບຸນສີ ແກ້ວພະນົມໄຊ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງວຽງຈັນ ມີພະນັກງານທີ່ກ່ຽວຂ້ອງ, ພວກມົ້ວສຸມດື່ມນໍ້າກະທ່ອມ ແລະ ຜູ້ຂາຍ ພ້ອມດ້ວຍຜູ້ປົກຄອງເຂົ້າຮ່ວມ.

    ພັທ ບຸນສີ ແກ້ວພະນົມໄຊ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງວຽງຈັນ ກ່າວວ່າ: ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນດ້ານຕ່າງໆ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍດີ ໂດຍປະຕິບັດຕາມແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 13/ປກສ ລົງວັນທີ 14

    ກັນຍາ 2022 ເລື່ອງ: ການເພີ່ມທະວິການຄວບຄຸມ ແລະ ສະກັດກັ້ນ ການປູກ , ຜະລິດ , ປຸງແຕ່ງ, ຊົມໃຊ້, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ຄອຍຄອງ, ນໍາເຂົ້າ, ສົ່ງອອກ ພືດທີ່ມີສານເສບຕິດ ຫຼື ຜະລິດຕະພັນທີ່ມີສານປະສົມສານຕັ້ງຕົ້ນ ແລະ ສານປະເພດຕ່າງໆ ໂດຍບໍ່ຖຶກຕ້ອງຕາມກົດໜາຍ, ພ້ອມທັງເປັນການຜັນ

    ຂະຫຍາຍນິຕິກຳ, ຄໍາສັ່ງ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສຍຕິດ 2021-2023 ສະບັບເລກທີ 19/ນຍ ແລະ ເປັນການເພີ່ມທະວີວຽກງານກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ແນໃສ່ເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມປອດໄພໃນສັງຄົມ, ຫ້າມບຸກຄົນ, ນິຕິ

    ບຸກຄົນ,ຜູ້ປະກອບການ, ຮ້ານອາຫານ, ຮ້ານບັນເທິງ, ໂຮງແຮມ ແລະ ການຈັດຕັ້ງປູກ, ຜະລິດ, ປຸງແຕ່ງ, ຊົມໃຊ້, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ຄອຍຄອງ, ນໍາເຂົ້າ, ສົ່ງອອກ ພືດທີ່ມີສານເສບຕິດ ປະເພດ: ຢາຝີ່ນ, ກະທ່ອມ ແລະ ຜະລິດຕະພັນທີ່ມີສານປະສົມສານຕັ້ງຕົ້ນ ແລະ ສານປະເພດຕ່າງໆ ເຊັ່ນ: ຢາສູບໄຟຟ້າ-ຊິ

    ຊ່າ(ບາລາກູ), ຂາຄູ່, ກາເຟ ແລະ ປູມເປົ້າອັດແກ໌ສສານໄນຕັດອ໋ອດໄຊທ໌ (N2O) ຖ້າຜູ້ໃດຫາກລະເມີດຈະຖືກສຶກສາອົບຮົມ ກ່າວເຕືອນ, ປັບໄໝ ແລະ ຖືກດໍາເນີນຄະດີໃນສະຖານເບົາ ຫຼື ໜັກ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ສະນັ້ນມາໃນວັນທີ 8 ກຸມພາ 2023 ຜ່ານມານີ້ ພະແນກສະກັດກັ້ນ ແລະ

    ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ໄດ້ນຳເອົາເປົ້າໝາຍມົ້່ວສຸມດື່ມນໍ້າກະທ່ອມຈຳນວນ 7 ຄົນ ແລະ ຜູ້ ຂາຍ ຈຳນວນ 2 ຄົນ ມາສຶກສາອົບຮົມກ່າວເຕືອນ ແລະ ປັບໄໝ ພ້ອມທັງໄດ້ຢືດຂອງກາງສ່ວນປະສົມຂອງນໍ້າກະທ່ອມ ມີ ໃບກະທ່ອມ 17 ກິໂລກະລາມ, ໂອອິຊີຈຳນວນ 9 ແກັດ, ຢາດີໄອ 327 ແກ້ວ, ນໍ້າຕານສົດ 24 ແກັດ ແລະ ຢາສູບໄຟຟ້າ-ຊິຊ່າ(ບາລາກູ)ຈໍານວນ 25 ອັນ.

    ຂ່າວຈາກ ປກສ ແຂວງວຽງຈັນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.