ຄົນຕ່າງປະເທດ 2 ຄົນ ຕົກເຫວຢູ່ຈຸດຊົມວິວຜາງອຍໄດ້ຮັບການປິ່ນປົວ ແລະ ມີຄວາມປອດໄພແລ້ວ

    0
    64

    ເຫດຄົນຕ່າງຊາດ 2 ຄົນຕົກເຫວຢູ່ຈຸດຊົມວິວຜາງອຍ ບ້ານ ເມືອງງອຍເກົ່າ​ ເມືອງງອຍ ແຂວງຫຼວງພະບາງ ເມື່ອວັນທີ 10 ກຸມພາ 2023 ທີ່ຜ່ານມາ ໄດ້ຮັບການຊ່ວຍເຫຼືອຈາກທີມງານໜ່ວຍກູ້ໄພສຸກເສີນອົງການກາແດງລາວຫຼວງພະບາງແລ້ວ ແລະ ທັງສອງຄົນ ໄດ້ຮັບການປິ່ນປົວ ແລະ ມີຄວາມປອດໄພແລ້ວ.

    ຄົນຕ່າງຊາດ 2 ຄົນດັ່ງກ່າວນັ້ນ ຊື່ທ້າວ Jonathan ARBEL ອາຍຸ 24 ປີ ສັນຊາດ: ISRAELI ມີບາດແຜຈີກຢູ່ເທິງຫົວ, ບາດແຜຈີກຢູ່ໜ້າແຂ່ງເບື້ອງຂວາ, ໜ້າແຂ່ງເບື້ອງຊ້າຍ ແລະ  ທ້າວ Dor SHERF ອາຍຸ 23 ປີ ສັນຊາດ: ISRAELI ມີບາດແຜກະເຫຼີ້ນຢູ່ມືເບື້ອງຂວາ, ນີ້ວມືເບື້ອງຊ້າຍ ໄດ້ນຳສົ່ງມາປິ່ນປົວດ້ວຍ ຍົນ RDPL-34186 ຂອງປະກັນໄພນັກທ່ອງທ່ຽວທັງສອງ.

    ຕາມການບອກເລົ່າຂອງປະຊາຊົນວ່າ: ນັກທ່ອງທ່ຽວ ທັງ 2 ຄົນໄດ້ໄປພັກຜ່ອນຕັ້ງແຄັມນອນປ່າໃນຄືນຂອງ ວັນທີ່ 9 ກຸມພາ 2023 ໃນຄືນດັ່ງກ່າວໄດ້ເກີດມີເຫດໄຟໄໝ້ປ່າໃນເຂດທີ່ຕັ້ງແຄັມ ສະນັ້ນທັງສອງຄົນໄດ້ແລ່ນໜີເພາະຢ້ານໄຟໄໝ້ເລີຍຕົກເຫວ ຫຼື ຫຼົງປ່າຢູ່ເຂດຜາງອຍ.


    ຄົນຕ່າງປະເທດ 2 ຄົນ ຕົກເຫວຢູ່ຈຸດຊົມວິວຜາງອຍໄດ້ຮັບການປິ່ນປົວ ແລະ ມີຄວາມປອດໄພແລ້ວ


    ຄົນຕ່າງປະເທດ 2 ຄົນ ຕົກເຫວຢູ່ຈຸດຊົມວິວຜາງອຍໄດ້ຮັບການປິ່ນປົວ ແລະ ມີຄວາມປອດໄພແລ້ວ


    ຄົນຕ່າງປະເທດ 2 ຄົນ ຕົກເຫວຢູ່ຈຸດຊົມວິວຜາງອຍໄດ້ຮັບການປິ່ນປົວ ແລະ ມີຄວາມປອດໄພແລ້ວ


    ຄົນຕ່າງປະເທດ 2 ຄົນ ຕົກເຫວຢູ່ຈຸດຊົມວິວຜາງອຍໄດ້ຮັບການປິ່ນປົວ ແລະ ມີຄວາມປອດໄພແລ້ວ

    ແຫຼ່ງຂໍ້ມູນ: ທີມງານໜ່ວຍກູ້ໄພສຸກເສີນອົງການກາແດງລາວຫຼວງພະບາງ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.