ຂປລ. ໃນທ້າຍອາທິດຜ່ານມາ ອົງການກອຍກາ ມອບອຸປະກອນການແພດ ດ້ານການກວດການໄດ້ຍິນ ແລະ ຫ້ອງຝຶກແອບເວົ້າ ໃຫ້ແກ່ສູນການແພດຟື້ນຟູໜ້າທີ່ການ ເພື່ອສະໜອງການບໍລິການໃຫ້ແກ່ຄົນເຈັບ, ຄົນພິການ ແລະ ຜູ້ອາຍຸສູງ ລວມມູນຄ່າ 51.000 ໂດລາສະຫະລັດ, ຕາງໜ້າມອບໂດຍທ່ານ ນາງ ມຸງຈິນ ຄິມ (Myungjin
Kim) ຫົວໜ້າຫ້ອງການອົງການກອຍກາ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີຫົວໜ້າກົມ ແລະ ພະນັກງານວິຊາການກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.
ສູນການແພດຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ ໄດ້ປະຕິບັດຕາມພາລະບົດບາດໜ້າທີ່ຂອງຕົນຮັບຜິດຊອບ ວຽກງານການແພດຟື້ນຟູໜ້າທີ່ການ ເຊິ່ງມີບົດບາດທຽບກັບໂຮງໝໍສູນກາງ ປະ ກອບມີ 14 ພະແນກ ແລະ ສູນຝຶກວິຊາຊີບຕົນພິການສີເກີດ ໂດຍຊີ້ນຳດ້ານວິຊາການຟື້ນຟູໜ້າທີ່ການ ແຕ່ສູນກາງ 5 ສາຂາ/ສູນ ແລະ ໜ່ວຍ
ງານການແພດຢູ່ໂຮງໝໍແຂວງໃນຂອບເຂດທົ່ວປະເທດ ເພື່ອຊ່ວຍເຫລືອຄົນເຈັບພິການ, ເສຍອົງຄະ ແລະ ຜູ້ອາຍຸສູງ ມີການປິ່ນປົວຟື້ນຟູຜະລິດອົງຄະທຽມ ເຄື່ອງຄ້ຳຊູ ແລະ ລໍ້ເລື່ອນ, ສິດສອນ, ອົບຮົມ, ການຄົ້ນຄວ້າ ເພື່ອຍົກລະດັບໃຫ້ນັກສຶກສາ ແລະ ພະນັກງານພາຍໃນສູນດັ່ງກ່າວ.
ໄລຍະຜ່ານມາ, ສູນດັ່ງກ່າວ ໄດ້ຮ່ວມມືກັບຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນທັງພາຍໃນ ແລະ ຕ່າງປະເທດ ເພື່ອຍາດແຍ່ງເອົາການຊ່ວຍເຫລືອເຂົ້າໃນວຽກງານການແພດຟື້ນຟູ. ນອກຈາກນີ້, ສູນການແພດ ແລະ ຟື້ນຟູໜ້າທີ່ການ ຍັງໄດ້ຮ່ວມມືກັບຄູ່ຮ່ວມພັດທະນາ ມະຫາວິທະຍາໄລຈອນບຸກ ຈາກອົງການ ກອຍກາ ເພື່ອຍົກລະດັບ
ທາງດ້ານການບໍລິການ ແລະ ເຮັດໃຫ້ຄົນເຈັບພິການ ທີ່ມີບັນຫາທາງດ້ານການໄດ້ຍິນ ແລະ ການປາກເວົ້າ ລວມທັງໃນການພັດທະນາພື້ນຖານໂຄງລ່າງ, ອຸປະກອນການແພດ ແລະ ຍົກລະດັບທາງດ້ານວິຊາການ ໃຫ້ມີຄວາມສຳນິສຳນານ.