ປິດຊ່ອງທາງການສັນຈອນຊົ່ວຄາວ ຂົວນໍ້າມອນ ເມືອງວັງວຽງ ແຂວງວຽງຈັນ

    0
    41

    ໃນວັນທີ 12 ກຸມພາ 2023, ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ໄດ້ອອກແຈ້ງການເຖິງຜູ້ສັນຈອນຜ່ານຂົວນໍ້າມອນ ເມືອງວັງວຽງ ແຂວງວຽງຈັນ ຕາມເສັ້ນທາງຫຼວງແຫ່ງຊາດ 13 ເໜືອ ກ່ຽວກັບການປິດການສັນຈອນເທິງໜ້າຂົວ ຊົ່ວຄາວໃນໄລຍະສ້ອມແປງ 12 ວັນ, ເລີ່ມແຕ່ວັນທີ 15-26 ກຸມພາ 2023 ນີ້.

    ທ່ານ ແວ່ນແກ້ວ ແສງແກ້ວວົງພະຈັນ ຮອງຫົວຫນ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ໄດ້ກ່າວວ່າ: ເພື່ອປະຕິບັດຕາມ ຂໍ້ຕົກລົງຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ປະຕິບັດຕາມ ແຈ້ງການຂອງກົມຂົວທາງ ສະບັບເລກທີ 03478/ກຂທ, ລົງວັນທີ 09 ກຸມພາ 2023 ກ່ຽວກັບ ການປິດຊ່ອງການສັນຈອນຊົ່ວຄາວ ເພື່ອສ້ອມແປງ ຂົວນໍ້າມອນ ເມືອງວັງວຽງ ແຂວງວຽງຈັນ.

    ເນື່ອງຈາກ ຂົວນໍ້າມອນ ກໍາລັງຢູ່ໃນໄລຍະການສ້ອມແປງ ແລະ ຈະໄດ້ປິດຊ່ອງທາງ ການສັນຈອນເທິງໜ້າຂົວຊົ່ວຄາວຄື:ວັນທີ 15-26 ກຸມພາ 2023 ເວລາ 5:00-22:00 ເປັນເວລາ 12 ວັນ, ປິດການສັນຈອນລົດໜັກເທິງຂົວ(ນ້ຳໜັກເກີນ 4 ໂຕນ), ລົດໃຫຍ່ (ນໍ້າໜັກໜ້ອຍກວ່າ 4 ໂຕນ) ແລະ ລົດຈັກ ສາມາດສັນຈອນໄດ້.

    ວັນທີ 16-21 ກຸມພາ 2023 ເວລາ 22:00-5:00 ເປັນເວລາ 6 ວັນ, ປິດການສັນຈອນລົດໃຫຍ່ (ນໍ້າໜັກ ໜ້ອຍກວ່າ 4 ໂຕນ), ລົດຈັກ ສາມາດສັນຈອນໄດ້.
    ວັນທີ 15-26 ເວລາ 22:00-5:00 ເປັນເວລາ 12 ວັນ, ປິດການສັນຈອນລົດໜັກ (ນໍ້າໜັກເກີນ 4 ໂຕນ), ລົດຈັກສາມາດສັນຈອນໄດ້.ສ່ວນການນໍາໃຊ້ທາງເວັ້ນແມ່ນນໍາໃຊ້ທາງດ່ວນ ສະຖານີວັງວຽງ ແລະ ສະຖານນີວັງຄີ ໃນໄລຍະການປິດຊົ່ວຄາວ.

    ແຫຼ່ງຂ່າວ LNR

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.